ປ່ຽນສະມາດໂຟນ ໃຫ້ເປັນເຄື່ອງພິມ 3D ກັບກ່ອງ OLO ທີ່ມີລາຄາບໍ່ແພງ
ສ້າງສັນຮູບແບບງານສາມມິຕິໄດ້ຫຼາຍແບບ ໂດຍໃນຊ່ວງທຳອິດເທັກໂນໂລຢີຕົວນີ້ລາຄາແພງຫຼາຍ ແຕ່ກໍ່ມີທ່າອ່ຽງຂອງລາຄາທີ່ຫຼຸດລົງເລື້ອຍໆ ແລະ ເຄື່ອງພິມ 3D ຂະໜາດກະທັດຮັດຂອງ OLO ເຮັດໃຫ້ຄວາມຝັນຂອງຄົນທີ່ຢາກມີເຄື່ອງພິມ 3D ເອົາໄວ້ໃນບ້ານກໍ່ສາມາດເປັນໄປໄດ້ງ່າຍຂຶ້ນ ດ້ວຍລາຄາຕົວເຄື່ອງພຽງ $99 ເທົ່ານັ້ນ.
ຫຼັກການເຮັດວຽກຂອງ OLO ຄືທ່ານຕ້ອງຕິດຕັ້ງແອັບໄວ້ໃນສະມາດໂຟນຂອງທ່ານກ່ອນ ແລ້ວຟາຍຮູບສາມມິຕິທີ່ຕ້ອງການພິມ ທ່ານສາມາດເລືອກຈາກ Library ທີ່ມີຢູ່ໃນແອັບ ຫຼື ຈະສ້າງຟາຍໂດຍເຄື່ອງສະແກນສາມມິຕິ ຫຼື ຈະໃຊ້ຟາຍຈາກໂປຼແກຼມອອກແບບຮູບສາມມິຕິກໍ່ໄດ້.
ໃນຂັ້ນຕອນການພິມ ທ່ານຕ້ອງວາງສະມາດໂຟນໄວ້ກ້ອງເຄື່ອງພິມໂດຍຕະຫຼອດໃນເວລາທີ່ພິມ ເນື່ອງຈາກເຄື່ອງພິມນີ້ຕ້ອງໃຊ້ແສງຈາກໜ້າຈໍສະມາດໂຟນເພື່ອເຮັດໃຫ້ເຣຊິນ ຫຼື ວັດສະດຸທີ່ໃຊ້ໃນການພິມອື່່ນໆ ເກີດການແຂງຕົວຄົງຮູບຮາງເປັນຊິ້ນສ່ວນງານ (ແຕ່ຖ້າມີສາຍເຂົ້າຂະນະທີ່ເຄື່ອງກຳລັງພິມຢູ່ ກໍ່ຈະບໍ່ສາມາດຮັບສາຍໄດ້)
ດ້ວຍຂໍ້ຈຳກັດຂອງໜ້າຈໍສະມາດໂຟນທີ່ມີຂະໜາດນ້ອຍ ເຮັດໃຫ້ເຄື່ອງພິມນີ້ບໍ່ສາມາດສ້າງຊິ້ນສ່ວນງານທີ່ໃຫຍ່ກວ່າໜ້າຈໍໄດ້ (ຫຼື ຖ້າເຮົາຕ້ອງການສ້າງຊິ້ນສ່ວນງານໃຫຍ່ໆ ຈະຕ້ອງໄດ້ໃຊ້ເທັກນິກການສ້າງຊິ້ນສ່ວນນ້ອຍໆ ເທື່ອລະຢ່າງແລ້ວນຳມາປະກອບເຂົ້າກັນ) ແລະ ໃນການພິມແຕ່ລະຄັ້ງ ເຮົາສາມາດສ້າງຊິ້ນສ່ວນງານຂະໜາດນ້ອຍໄດ້ຫຼາຍໆສ່ວນພ້ອມກັນ ແລະ ນອກຈາກວັດສະດຸເຣຊິນແລ້ວ ກໍ່ຢັງເລືອກໃຊ້ວັດສະດຸທີ່ມີຄວາມໂປ່ງແສງ ຫຼື ວັດສະດຸອື່ນໆ ໄດ້ຕາມຄວາມຕ້ອງການນຳອີກ ກໍ່ນັບເປັນເຄື່ອງພິມ 3D ທີ່ໜ້າສົນໃຈຫຼາຍ.
No comments