ອົງຄະນະພັກ ສານປະຊາຊົນສູງສຸດ ໄຂກອງປະຊຸມໃຫຍ່ ຄັ້ງທີ III ຢ່າງເປັນທາງການ

ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ສານ​ປະຊາຊົນ​ສູງ​ສຸດ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 4 ຕຸລາ 2016 ນີ້ ທີ່​ນະຄອນຫລວງວຽງຈັນ, ​ໂດຍ​ການ​ເປັນ ​ປະທານ​ຂອງ​ສະຫາຍ ຄໍາ​ພັນ ສິດທິ​ດໍາ​ພາ ກໍາມະການ​ ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ ສາ​ນປະຊາຊົນ​ສູງ​ສຸດ. ​ເປັນ​ກຽດ​ເຂົ້າ​ຮ່ວມໂດຍ ສະຫາຍ ພັນ​ຄໍາ ວິພາ​ວັນ ​ຜູ້​ປະ​ຈໍາ​ການ ຄະນະ​ເລຂາທິການ ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ພ້ອມດ້ວຍຜູ້ແທນສົມບູນ 83 ສະຫາຍ, ຍິງ 22 ສະຫາຍ ທີ່ຕາງໜ້າ ສະມາຊິກພັກ​ທັງໝົດ 125 ສະຫາຍ ເຂົ້າຮ່ວມ. ກອງປະຊຸມໃຫຍ່ດັ່ງກ່າວ, ຜູ້ແທນໄດ້ເປັນເຈົ້າການ ຄົ້ນຄວ້າພິຈາລະນາຄືນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍ​ຄືການຈັດຕັ້ງ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ຕົນຜ່ານມາ, ພ້ອມທັງຈະຮັບຮອງເອົາ ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານໃນຊຸມປີຕໍ່ໜ້າ.

ສະຫາຍ ຄໍາ​ພັນ ສິດທິ​ດໍາ​ພາ ​ຕາງ​ໜ້າ​ຄະນະ​ພັກ​ ສານ​ປະຊາຊົນ​ສູງ​ສຸດ​ ລາຍ​ງານ​ຕໍ່​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ອົງຄະ​ນະ​ພັກ​​ຂອງ​ຕົນ ​ວ່າ: 5 ປີ ຜ່ານ​ມາຄະນະ​ພັກ ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ຊີ້​ນໍາ-ນໍາພາ ຈັດ​ຕັ້ງ​ປະຕິບັດ​ ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ​ຢ່າງ​ມີ​ຄວາມ​ ຮັບຜິດຊອບ​ສູງ ​ແລະ ດ້ວຍ​ຜົນ​ສໍາ​ເລັດ​ຫລາຍ​ອັນ​ ເພື່ອປະຕິບັດ ​ໄດ້​ຕາມ​ຄໍາ​ຂັວນທີ່​ວ່າ “ ບໍລິການດ້ວຍ​ຄວາມ​ ຍີ້ມ​ແຍ້ມ​ແຈ່ມ​ໃສ ຊ່ວຍ​ແກ້​ໄຂ​ຄະດີ​ ໄດ້​ບາດກ້າວ​ໜຶ່ງ​ ເຮັດ​ວຽກ​ດ້ວຍ ຄວາມ​ຊື່ສັດ​ສຸ​ຈະລິດ ຄື​ບາດກ້າວ​ທໍາ​ອິດ ​ຂອງ​ການ​ຕັດສິນ​ຄະດີ​ ທີ່​ຖືກຕ້ອງ​ເປັນ​ທໍາ”. ພ້ອມ​ນັ້ນ, ​ຜ່ານ​ມາ​ໄດ້​ເຮັດ​ໃຫ້ ການ​ພິຈາລະນາ​ ຕັດສິນ​ຄະດີ ມີ​ຄວາມ​ວ່ອງ​ໄວ ​ແລະ ມີ​ຄຸນ​ນະພາ​ບ ນັບ​ມື້ນັບ​ສູງຂຶ້ນ. ​ເຊິ່ງສະ​ແດງ​ອອກ 5 ປີຜ່າ​ນມາ ​ມີ​ຄະດີ​ເຂົ້າ​ມາ​ສານ​ ທຸກ​ຂັ້ນ​ທັງ​ໝົດ 37,840 ກວ່າ​ເລື່ອງ, ​ໄດ້​ແກ້​ໄຂ​ແລ້ວ 36.070 ກວ່າ​ເລື່ອງ,​ ເທົ່າ​ກັບ 95,32%, ທຽບ​ໃສ່​ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ II ປະຕິບັດ​ໄດ້​ລື່ນ​ຄາດໝາຍ ​ທີ່​ວາງ​ໄວ້ 10,32%. ຄະດີ​ຍັງ​ຄ້າງ 4,68% ​ເຊິ່ງສາມາດ​ໄຈ້​ແຍກ​ ຄະດີ​ຢູ່​ສານ​ປະຊາຊົນ ​ແຕ່​ລະ​ຂັ້ນ​ ຄື: ຄະດີ​ລວມຢູ່​ສານ​ຂັ້ນ​ຕົ້ນ​ ທັງ​ໝົດ 29.780 ​ເລື່ອງ, ​ແກ້​ໄຂ​ໄປ​ແລ້ວ 28.470 ກວ່າ​ເລື່ອງ​, ເທົ່າ​ກັບ 95,71%, ຍັງ​ຄ້າງ 4,29% ຄະດີ​ຢູ່​ສານ​ຂັ້ນ​ອຸທອນ​ ທັງ​ໝົດ​ທັງ​ໝົດ 5.560 ກວ່າ​ເລື່ອງ, ​ແກ້​ໄຂ​​ໄປ​ແລ້ວ 5.220 ກວ່າ​ເລື່ອງ, ​ເທົ່າ​ກັບ 93,97%, ຍັງ​ຄ້າງ​ເທົ່າ​ກັບ 6,03% ຄະດີ​ເປັນ​ຂັ້ນ​ ລົບ​ລ້າງ​ທັງ​ໝົດ 2.500 ກວ່າ​ເລື່ອງ, ​ແກ້​ໄຂ​ໄປ​ແລ້ວ 2.370 ກວ່າ​ເລື່ອງ, ​ເທົ່າ​ກັບ 94,80 ເລື່ອງ, ຍັງ​ຄ້າງ 5,20% ​ໃນ​ນີ້​ ຢູ່​ສານ​ປະຊາຊົນ​ສູງ​ສຸດ 1.490 ກວ່າ​ເລື່ອງ, ​ແກ້​ໄຂ​ໄປ​ແລ້ວ 1.420 ກວ່າ​ເລື່ອງ ກວມ 94,85% ຍັງ​ຄ້າງ 5,15%.

ແນວໃດກໍດີ 5 ປີຕໍ່ໜ້າ ຄືຮອດປີ 2020 ສູ້ຊົນການ​ພັດທະນາ ​ວຽກ​ງານສານ​ ໃຫ້​ໜັກ​ແໜ້ນ, ​​ເຂັ້ມ​ແຂງ, ​ເປັນ​ລະບົບ​ທີ່​ສອດຄ່ອງ ​ແລະ ​ແທດ​ເໝາະ​ກັບ​ ສະພາບ​ຄວາມ​​ເປັນ​ຈິງ ຂອງ​ການ​ພັດທະນາ​ ເສດຖະກິດ-ສັງຄົມ ​ຂອງ​ປະ​ເທດ​ເຮົາ ຮັບປະກັນ​ໃຫ້ການ​ຈັດ​ຕັ້ງ ​ຂອງ​ສານ​ປະຊາຊົນ ​ສາມາດ​ບໍລິການ​ຮັບ​ໃຊ້​ ປະຊາຊົນ​ໄດ້​ສະດວກ, ປະຊາຊົນ​ເຂົ້າ​ຫາ ​ຂະ​ບວນການ​ດໍາ​ເນີນ​ ຄະດີ​ຢູ່​ສານ ​ໄດ້​ຢ່າງ​ງ່າຍດາຍ, ການ​ດໍາ​ເນີນ​ຄະດີ​ວ່ອງ​ໄວ ຕ້ອງ​ຮັບປະກັນ​ ພິຈາລະນາ​ຄະດີ​ ໃຫ້​ສໍາ​ເລັດ​ຕາມ​ກົດໝາຍ ​ກໍານົດ​ໄວ້​ ຄື: ຄະດີ​ແພ່ງ​ຂັ້ນ​ຕົ້ນ 9 ​ເດືອນ, ຂັ້ນ​ອຸທອນ 4 ​ເດືອນ, ຂັ້ນ​ລົບ​ລ້າງ 3 ​ເດືອນ ​ແລະ ຂັ້ນ​ຮື້​ຟື້ນ 2 ​​ເດືອນ ​ແລະ ​ແກ້​ໄຂ​ຄະດີ​ໃຫ້​ໄດ້ 85% ຕາມ​ແຜນການ​ທີ່​ວາງ​ອອກ.

ກອງປະຊຸມ ຈະ​ໄດ້​ດໍາ​ເນີນ​ ໄປ​ເປັນ​ເວລາ 1 ວັນ ​ແລະ ຍັງຈະໄດ້ປ່ອນບັດເລືອກຕັ້ງ​ ເອົາຄະນະບໍລິຫານງານພັກ ສານ​ປະຊາຊົນ​ສູງ​ສຸດ ຊຸດໃໝ່ຈໍານວນ 7 ສະຫາຍ.

No comments

Theme images by compassandcamera. Powered by Blogger.