ສະເຫລີມສະຫລອງວັນຊາດ ເຢຍລະມັນ ຄົບຮອບ 26 ປີ

ຂປລ. ​ໃນ​ຕອນ​ຄ່ຳ​ ຂອງ​ວັນ​ທີ 3 ຕຸລາ ນີ້, ສະຖານທູດ​ເຢຍລະ​ມັນ ປະຈຳ​ລາວ ​ໄດ້​ຈັດ​ງານ​ລ້ຽງ ສະ​ເຫລີ​ມສະຫລອງ ວັນຊາດ​ເຢຍລະ​ມັນ ຄົບຮອບ 26 ປີ (3/10/1990-3/10/2016) ​ຢູ່ນະຄອນ​ຫລວງ​ວຽງຈັນ, ໂດຍ​ມີ ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ ​ກະຊວງ​ຊັບພະຍາກອນ​ ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ບັນດາ​ຮອງ​ລັດຖະມົນຕີ, ທູ​ຕາ​ນຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ພ້ອມ​​ແຂກ​ຖືກເຊີນ ​ເຂົ້າ​ຮ່ວມ.

​ໃນໂອກາດ​ດັ່ງກ່າວ, ທ່ານ Michael Rrau ​ເອກອັກຄະ​ລັດຖະທູດ ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ ປະຈຳ​ລາວ​ ກ່າວ​ວ່າ: ການຈັດ​ງານ​ ສະ​ເຫລີ​ມສະຫລອງ​ໃນ​ຄັ້ງ​ນີ້, ​​​ເປັນ​ການ​ລະນຶກ​ເຖິງ ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ທີ່​ມີ​ຄວາມໝາຍ ຄວາມ​ສຳຄັນ ໃນ​ປະຫວັດ​ສາດ ຂອງ​ເຢຍລະ​ມັນ ​ແລະ ​ເປັນນິ​ມິດໝາຍທີ່​ດີ​ ໃຫ້​ແກ່​ການ​ສ້າງສາ​ ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້ ​ຈະ​ເລີ​ນຮຸ່ງ​ເຮືອງ ກ້າວໜ້າ​​ໃນ​ອະນາຄົດ ທັງ​ເປັນ​ການ ​ເສີມ​ຂະ​ຫຍາ​ຍ​ ສາ​ຍ​ພົວພັນ​ການ​ທູດ ​ລະຫວ່າງ ​ສອງ​ປະ​ເທດ ລາວ-​ເຢຍລະ​ມັນ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ໆຂຶ້ນ.

​ໄລຍະ​ຜ່ານ​ມາ, ປະ​ເທດ​ເຢຍລະ​ມັນ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​​ແກ່ ສປປ ລາວ ​ໃນ​ຫລາຍໆ​ດ້ານ ​ເປັນ​ຕົ້ນ ວຽກງານດ້ານ​ການ​ພັດທະນາ ​​ພື້ນຖານໂຄງ​ຫລ່າ​ງ​​, ​ເສດຖະກິດ, ການ​ສຶກສາ, ສາທາ, ວຽກ ງານການ​ຫລຸດຜ່ອນ ​ຄວາມທຸກ​ຍາກ, ການ​ອະນຸລັກ ​ທຳ​ມະ​ຊາດ ​ແລະ ອື່ນໆ. ​ເຊິ່ງ​ເປັນ​ການ ​ປະກອບສ່ວນ ອັນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ ຂະຫຍາຍ​ສາຍ​ພົວພັນ ​ການ​ຮ່ວມ​ມືຮອບດ້ານ ລະຫວ່າງ ລາວ-​ເຢຍລະ​ມັນ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ ງອກ​ງາມຍິ່ງໆຂຶ້ນ

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.