ໄຂການແຂ່ງຂັນກິລານັກຮຽນມັດທະຍົມສືກສາຢູ່ ແຂວງຫລວງພະບາງ
ຂປລ. ໃນວັນທີ 4 ຕຸລາ 2016 ນີ້ ທີ່ສະໜາມກິລາຂອງແຂວງບ້ານນາຫລວງ ໄດ້ມີພິທີໄຂການແຂ່ງຂັນກິລານັກຮຽນມັດທະຍົມສືກສາທົ່ວແຂວງຂື້ນຢ່າງເປັນທາງການ ໂດຍມີ ທ່ານ ຄຳໝັ້ນ ຈັນທະລັງສີ ຮອງເຈົ້າແຂວງຫລວງພະບາງ ພ້ອມຄະນະນຳຂອງພະແນກສືກສາທິການ ແລະ ກິລາແຂວງ, ເມືອງ ແລະ ໜ່ວຍງານອອ້ມຂ້າງເຂົ້າຮ່ວມ.
ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 11 ປະເພດກິລາເຊັ່ນ: ແລ່ນລານ ຍີງ-ຊາຍ, ບາຍເຕະຊາຍ, ບານສົ່ງຍີງ-ຊາຍ, ກະຕໍ້ ຍີງ-ຊາຍ, ເປຕັງ ຍີງ-ຊາຍ, ໝາກຂ່າງ ຍີງ-ຊາຍ, ໜ້າເກັກ ຍີງ-ຊາຍ, ບານບ້ວງ ຍີງ-ຊາຍ, ດອກປີກໄກ່ ຍີງ-ຊາຍ, ປີ່ງປ່ອງ ຍີງ-ຊາຍ, ແລະ ໝາກເສີກ ຍີງ-ຊາຍ.
ທ່ານ ຄຳໝັ້ນ ຈັນທະລັງສີ ໄດ້ກ່າວວ່າ: ການແຂ່ງຂັນກິລາຄັ້ງນີ້ ແມ່ນເປັນຂະບວນການຂໍ່ານັບຮັບຕ້ອງວັນສໍາຄັນຂອງຊາດ ແລະ ຍັງເປັນການກະກຽມໃຫ້ການແຂ່ງຂັນກິລາໃນແຂວງບໍລິຄໍາໄຊ ສະນັ້ນ ນັກກິລາ ຕ້ອງສຸມໃສ່ແຂ່ງຂັນດ້ວຍຄວາມສາມາດ ເຄົາລົບລະບຽບຂອງການແຂ່ງຂັນ ສ່ວນກຳມະການກໍ່ຕ້ອງຕັດສີນໃຫ້ມີຄວາມທ່ຽງທຳ ແລະ ມວນຊົນທົ່ວໄປ ກໍ່ຕ້ອງໃຫ້ກຳລັງໃຈດ້ວຍການຊົມການເຊຍນັກກິລາແຕ່ລະປະເພດໃຫ້ຄືກຄື້ນ ແລະ ມ່ວນຊື່ນ.
ທີ່ມາ: kpl

No comments