ແຂວງບໍ່ແກ້ວ ສະຫຼອງວັນຄົນພິການແຫ່ງຊາດ- ວັນສາກົນຜູ້ອາຍຸສູງ

ຂປລ. ອາທິດ​ຜ່ານ​ມາ​ນີ້, ແຂວງບໍ່ແກ້ວ ສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ໂດຍ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ພ້ອມພະນັກງານລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ຄຳພັນ ເຜີຍຍະວົງ ໄດ້ໃຫ້ຮູ້ເຖິງປະຫວັດຄວາມເປັນຂອງວັນຄົນພິການແຫ່ງຊາດວັນທີ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ ຂະບວນວິວັດແຫ່ງການຊ່ວຍເຫຼືອ, ຟື້ນຟູ, ບໍາບັດ ແລະ ພັດທະນາຄົນພິການ ແລະ ຜູ້ອາຍຸສູງລາວແມນໄດ້ມີການດຳນີນການຊ່ວຍເຫຼືອ ແລະ ພັດທະນາມາໂດຍຕະຫຼອດນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ປະຊາທິປະໄຕ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາ. ພັກ-ລັດຖະບານລາວຍາມໃດກໍ່ໄດ້ເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເວົ້າລວມເວົ້າສະເພາະແມ່ນຜູ້ເສຍອົງຄະ ແລະ ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງໄດ້ຮັບການປົວແປງນັບມື້ດີຂຶ້ນ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.