ເມືອງຫ້ວຍຊາຍຮັບຮອງບ້ານນ້ຳງາວ ເປັນບ້ານສາທາລະ ນະສຸກແບບຢ່າງ

ຂປລ. ອາທິດ​ຜ່ານ​ມາ​ນີ້​ທີ່​ເມືອງ​ຫ້ວຍ​ຊາຍໄດ້​ປະກາດຮັບຮອງບ້ານນ້ຳງາ​ວກຸ່ມ​ບ້ານ​ປຸງ ​ເປັນ​ບ້ານ​ສາທາລະນະສຸກ​ແບບຢ່າງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານຄຳ​ເສີນ ​ແສງ​ອາ​ລຸນນາຍບ້ານໆນ້ຳງາ​ວ ​ພ້ອມ​ພໍ່​ແມ່ປະຊາຊົນ​ພາຍ​ໃນ​ບ້ານ​ເຂົ້າຮ່ວມ.
ທ່ານ ຄຳ​ແສງ ຮອງນາຍບ້ານໆນ້ຳງາ​ວ​ໄດ້​ລາຍ​ງານ​ວ່າ: ທົ່ວ​ບ້ານ​ມີ 97 ຫຼັງຄາ​ເຮືອນ, 119 ຄອບຄົວ, ພົນລະ​ເມືອງ​ທັງໝົດ 538 ຄົນ, ຍິງ 265 ຄົນ, ​ເປັນ​ບ້ານ​ຊົນ​ເຜົ່າ​ກຶມ​ມຸ ​ແລະ ​ເຜົ່າ​ສາມ​ຕາວປະຊາຊົນ​ສ່ວນຫຼາຍຖື​ເອົາ​ອາຊີບ​ເຮັດນາ​ເປັນ​ຕົນ​ຕໍ່, ປູກຝັງ​ລ້ຽງສັດ​ເປັນ​ສຳຮອງ; ຜ່ານ​ມາ​ທາງ​ອຳນາດ​ການ​ປົກຄອງ​ບ້ານ​ໄດ້​ເປັນ​ເຈົ້າການ​ຊີ້ນຳໆພາ​ປະຊາຊົນ​ໃນ​ການ​ຫັນ​ເອົາ​ການ​ດຳລົງ​ແບບ​ທຳ​ມະ​ຊາດ ມາ​ດຳລົງ​ຊິວິດ​ແບ​ບຖືກຕ້ອງ​ຕາມຫຼັກອະນາ​ໄມ​ສາມ​ສະອາດ ​ເຊິ່ງສະ​ແດງ​ອອກ​ມີຫຼັງຄາ​ເຮືອນອະນາ​ໄມ​ດີກວມ​ເຖິງ 97%, ຊົມ​ໃຊ້​ນ້ຳສະອາດ 100%, ຊົມ​ໃຊ້​ວິດຖ່າຍ 100%, ນອນ​ໃນ​ມຸ້ງ 100%, ຍ້າຍ​ຄອກ​ສັດ​ອອກ​ຈາກ​ກ້ອງຕະລ່າງ​ເຮືອນ 93%, ລະບາຍ​ນຳ​ເປືອ​ນ ​ແລະປັດກວາດ​ເດີນ​ບ້ານ 89%, ​ເດັກນ້ອຍ ​ແລະ ​ແມ່ຍິງ​ໃນ​ເກນ​ອາຍຸ​ໄດ້ຮັບການ​ສັກ​ຢາ-ຢອດ​ຢາ​ຄົບ​ຖ້ວນ ​ແລະວຽກງານ​ອື່ນໆຂອງ​ບ້ານ​ກໍ່​ໄດ້ຮັບການຈັດຕັ້ງປະຕິບັດ​ຢ່ງຕັ້ງໜ້າພ້ອມ​ນີ້ພິທີ​ໄດ້​ມອບ​ໃບຢັ້ງຢືນ​ບ້ານ​ສາທາລະນະ​ສຸກ​ແບບຢ່າງ​ຂອງ​ທ່ານ​ເຈົ້າ​ແຂວງໆບໍ່​ແກ້ວ​, ມອບ​ໃບ​ຍ້ອງຍໍ​ຂອງ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ໃຫ້​ແກ່​ບ້ານ ​ແລະ ​ເປີດ​ປ້າຍ​ບ້ານ​ສາທາລະນະ​ສຸກ​ແບບຢ່າງ​ຂືນຢ່າງ​ເປັນ​ທາງ​ການ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.