ແຂວງບໍລິຄຳໄຊຍົກລະດັບວຽກງານເຍົາວະຊົນ-ອະນຸຊົນ
ຂປລ. ອາທິດຜ່ານມານີ້ ທີ່ແຂວງບໍລິຄຳໄຊໄດ້ຈັດຝຶກອົບວຽກງານເຍົາວະຊົນ-ອະນຸຊົນທັນວາໃຫ້ຄະນະຮັບຜິດຊອບເຍົາວະຊົນ-ອະນຸຊົນໂດຍເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ໄຊປະເສີດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງວຽງທອງ, ມີຄະນະຮັບຜິດຊອບເຍົາວະຊົນຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ 25 ສະຫາຍ, ຍິງ 14 ສະຫາຍ.
ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ນຳເອົາເອກະສານ ປະຫວັດຫຍໍ້ຂອງການ ຈັດຕັ້ງກອງເຍົາວະຊົນ,ຄວາມຮັບຜິດຊອບ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຕໍ່ກັບວຽກງານເຍົາວະຊົນ-ອະນຸຊົນ,ການຕັ້ງຄ້າຍ,ການຮັບສະມາຊິກເຍົາວະຊົນ-ອະນຸຊົນທັນວາ ແລະ ກໍ່ເປັນການຊຸກຍູ້ ໃຫ້ຄະນະຮັບຜິດຊອບ ວຽກງານເຍົາວະຊົນ ເມືອງວຽງທອງ ເຂົ້າໃຈແຈ້ງຕື່ມກ່ຽວກັບ ຄວາມໝາຍຄວາມສຳຄັນ ວຽກງານດັ່ງກ່າວ ແລະ ນຳໄປຜັນຂະຫຍາຍຢູ່ໂຮງຮຽນຂອງຕົນໃຫ້ເກີດດອກອອກຜົນ.
ທີ່ມາ: kpl

No comments