5 ປີຜ່ານມາ, ແຂວງຄໍາມ່ວນກວດພົບການຄ້າໄມ້ ເຖື່ອນ 4 ລ້ານແມັດກ້ອນ
ຂປລ. ກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 4-5 ຕຸລາ 2016 ທີ່ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະກອງປະຊຸມຄະນະກວດກາພັກແຂວງຄັ້ງນີ້ໄດ້ຜ່ານຜົນງານການເຄື່ອນໄຫວວຽກງານກວດກາຂອງແຂວງ 5 ປີຜ່ານມາ (2011-2015) ແລະ ວາງທິດທາງແຜນການແຕ່ປີ 2016-2020 ,ການເພີ່ມທະວີວຽກງານຕິດຕາມກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ຫຼາດບັງຫຼວງ, ຄົ້ນຄວ້າເຊື່ອມຊຶມຂໍ້ກຳນົດຂອງກົມການເມືອງສູນກາງພັກວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານນຳພາຄຸ້ມຄອງຕໍ່ກັບການປະຕິບັດໜ້າທີ່ການເມືອງ, ບັນດາຂໍ້ກຳນົດ ແລະດຳລັດຕ່າງໆ ເປັນຕົ້ນແມ່ນດຳລັດວ່າດ້ວຍການແຈ້ງຊັບສິນຂອງພະນັກງານ, ການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ບົດແນະນຳຕ່າງໆ ໃຫ້ແກ່ຄະນະພັກ, ອົງການປົກຄອງຂັ້ນຕ່າງໆດ້ວຍຫຼາຍຮູບການຢ່າງເລິກເຊິ່ງ ແລະທົ່ວເຖິງ. ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ອື່ນໆ. ສໍາລັບວຽກງານພັດທະນາຊົນນະບົດ ແລ ະລຶບລ້າງຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຈຳນວນບ້ານ ແລະ ຄອບຄົວທຸກຍາກຫລຸດລົງຍັງເຫລືອ 1.151 ຄອບຄົວ, ສ້າງຄອບຄົວພັດທະນາໄດ້ 66.110 ຄອບຄົວ ແລະ ບ້ານພັດທະນາໄດ້ 354 ບ້ານເກີນຄາດໝາຍທີ່ວາງໄວ້;
ວຽກງານຕິດຕາມ, ກວດກາລັດ. ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງສາມາດປະຕິບັດໄດ້ ແລະ ດຳເນີນການກວດກາທັງໝົດ 15 ເປົ້າໝາຍ ໃນນັ້ນເສຍຫາຍດ້ານວັດຖຸ, ເງິນຄຳທັງໝົດ 1.540 ຕື້ກີບ ແລະ 160.000 ບາດ, ພົບເຫັນການຂຸດຄົ້ນຊື້-ຂາຍໄມ້ບໍ່ຖືກຕ້ອງຈຳນວນ 4.760.712 ແມັດກ້ອນ.
ທີ່ມາ: kpl

No comments