ກອງປະຊຸມທ່ອງທ່ຽວ ແລະ ກິລາສາກົນ ໄດ້ຈັດຂຶ້ນທີ່ ສສ ຫວຽດນາມ

ກອງປະຊຸມທ່ອງທ່ຽວ ແລະ ກິລາສາກົນ ໄດ້ຈັດຂື້ນຢ່າງເປັນທາງການ ທີ່ດາໜັງ ສສ ຫວຽດນາມ ໃນທ້າ​ຍ​ເດືອນກັນຍາ ຜ່ານ​ມາ ໂດຍກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ຮ່ວມກັບອົງການ ທ່ອງທ່ຽວໂລກ UNWTO ຄຽງຄູ່ກັບ ການເປັນເຈົ້າພາບ ຈັດງານມະຫາກໍາ ກິລາຊາຍຫາດ ອາຊີ ຄັ້ງທີ 5 (5th Asian Beach Games) ຂອງຫວຽດນາມ. ກອງປະຊຸມຄັ້ງນີ້ ຖືວ່າເປັນເວທີໜຶ່ງ ທີ່ເນັ້ນໃສ່ວຽກງານ ຂົງເຂດທ່ອງທ່ຽວ ແລະ ກິລາເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການເຊິ່ງກັນ ແລະ ກັນ ລະຫວ່າງພາກລັດ ແລະ ເອກະຊົນ ກໍຄືຜູ້ບໍລິຫານ ແລະ ຜູ້ປະກອບການ ດ້ານການທ່ອງທ່ຽວ ເພື່ອຫາວິທີປັບປຸງແກ້ໄຂ ແລະ ພັດທະນາ ໄປພ້ອມໆກັນ. ເປັນກຽດນຳພາ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ.

ເປັນກຽດກ່າວເປີດ ກອງປະຊຸມດັ່ງກ່າວ, ໂດຍ ທ່ານ Vu Duc Dam ຮອງນາຍົກ ລັດຖະມົນຕີແຫ່ງ ສສ ຫວຽດນາມ, ມີເລຂາທິການໃຫຍ່ ອົງການທ່ອງທ່ຽວໂລກ ທ່ານ Dr. Taleb Rifai, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດ ກໍາປູເຈຍ, ລາວ, ຫວຽດນາມ ແລະ ໄທ, ບັນດາເລຂາທິການໃຫຍ່ ຂອງສູນອາຊຽນ-ປະເທດເກົາຫລີ, ຈີນ ແລະ ຍີ່ປຸ່ນ ເຂົ້າຮ່ວມ. ກອງປະຊຸມ ສາມາດສະຫຼຸບຫຍໍ້ ໝາກຜົນໄດ້ດັ່ງນີ້: ຮ່ວມຮັບຟັງ ການບັນຍາຍໃນແຕ່ລະຫົວຂໍ້ ທີ່ແຕກຕ່າງກັນ ເຊັ່ນ: ການທ່ອງທ່ຽວ ແລະ ກິລາ ເພື່ອພັດທະນາ ເສດຖະກິດສັງຄົມ ແບບຍືນຍົງ, ການພັດທະນາ ຜະລິດຕະພັນ ແລະ ກິດຈະກໍາຕ່າງໆ ຂອງການທ່ອງທ່ຽວ ແລະ ກິລາ, ການຕະຫລາດ ແລະ ການໂຄສະນາ ສົ່ງເສີມການທ່ອງທ່ຽວ ແລະ ກິລາ ໂດຍຜູ້ບັນຍາຍຈາກ ຫລາຍອົງກອນທົ່ວໂລກ ທີ່ມີຄວາມຊຳນານ, ມີຄວາມຮູ້ເລິກ ດ້ານການບໍລິຫານ, ວິເຄາະ ແລະ ສ້າງແບບແຜນພັດທະນາ, ຫລັງຈາກນັ້ນ ກໍຮ່ວມກັນ ປຶກສາຫາລື ແລກປ່ຽນຄໍາຄິດເຫັນ, ບົດຮຽນ ແລະ ປະສົບການຢ່າງ ມີບັນຍາກາດຟົດຟື້ນ ແລະ ເປັນມິດຕະພາບ. ນອກຈາກການອະນຸລັກ, ປົກປັກຮັກສາ ແລະ ໂຄສະນາສົ່ງເສີມແຫລ່ງທ່ອງທ່ຽວ ດ້ານປະຫວັດສາດ, ວັດທະນະທໍາ ແລະ ທຳມະຊາດແລ້ວ ຍັງໄດ້ແລກປ່ຽນບົດຮຽນ ແລະ ສຶກສາຮຽນຮູ້ ບັນດາປັດ​ໄຈສໍາຄັນ ໃນການຫັນເອົາ ຜະລິດຕະພັນການທ່ອງທ່ຽວ ສົມທົບກັບ ກິດຈະກໍາກິລາ ລວມທັງສະຖານທີ່ ທີ່ເປັນປາຍທາງ ໃຫ້ແກ່ການແຂ່ງຂັນກິລາ ມາເປັນອີກທາງເລືອກໜຶ່ງ ໃນການດຶງດູດນັກທ່ອງທ່ຽວ ຈາກສາກົນ ໃຫ້ຫລາຍຂື້ນ ເພື່ອບັນລຸເປົ້າໝາຍ ການພັດທະນາ ເສດຖະ ກິດສັງຄົມ ໃຫ້ມີຄວາມຍືນຍົງ. ຮຽນຮູ້ບົດຮຽນການໂຄສະນາ ແລະ ການຕະຫລາດເພື່ອສົ່ງເສີມ ຄວາມຫລາກຫລາຍດ້ານຜະລິດຕະພັນ ການທ່ອງທ່ຽວ ໂດຍຜ່ານການ ຈັດກິດຈະກຳກິລາ ທີ່ມີຄວາມທ້າທາຍ, ມີຄວາມນິຍົມ, ຄວາມມ່ວນ ແລະ ເປັນເອກະລັກ ຜ່ານຫລາຍຊ່ອງທາງ ຂອງສື່ທີ່ທັນສະໄໝ ເຊັ່ນ: ສື່ໂທລະພາບ ແລະ ສື່ເອເລັກໂຕຣນິກ ແລະ ອື່ນໆ ທີ່ກໍາລັງເປັນທີ່ນິຍົມສໍາຄັນ ເພື່ອໂຄສະນາ ໃຫ້ກວ້າງຂວາງ ແລະ ຊອກຫາຕະຫລາດໃໝ່ ໃນສາກົນ. ນອກຈາກການເຂົ້າຮ່ວມ ປະຊຸມດ້ານວິຊາການແລ້ວ ສອງກະຊວງ (ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ຍັງໄດ້ພົບປະ ສອງຝ່າຍ ແລະ ຮ່ວມກັນລົງນາມ ແຜນຮ່ວມມືຈັດກິດຈະກໍາ ແລກປ່ຽນດ້ານສິລະປະ, ວັດທະນະທໍາ ແລະ ການທ່ອງທ່ຽວ ຂອງ 2 ປະເທດ ເພື່ອກະກຽມ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນສົນທິສັນຍາ ການຮ່ວມມື ແບບພິເສດຮອບດ້ານ ຂອງ ລາວ-ຫວຽດນາມ ສະເພາະປີ 2017, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖວທ ແລະ ຄູ່ຕຳແໜ່ງຝ່າຍຫວຽດ ໂດຍ ທ່ານ Nguyen Ngoc Thien ລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ. ສອງຝ່າຍຄາດຄະເນ ຈະຈັດຕັ້ງປະຕິບັດ ແຜນກິດຈະກຳດັ່ງກ່າວ ໃນໄລຍະເດືອນ ກໍລະກົດ 2017.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ບໍ່​ແສງ​ຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດງານ ມະຫາກໍາກິລາຊາຍຫາດ ອາຊີ ຄັ້ງທີ 5 (5th Asian Beach Games) ທີ່ແຄມທະເລ ເມືອງດາໜັງ, ໃຫ້ກຽດກ່າວເປີດພິທີ ຢ່າງເປັນທາງການ ໂດຍທ່ານ Nguyen Xuan Phuc ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.