ສາລະວັນເປີດການແຂ່ງຂັນກິລາມັດທະ ຍົມທົ່ວແຂວງ
ຂປລ. ແຂວງສາລະວັນໄດ້ເປີດງານແຂ່ງຂັນກິລາຂຶ້ນ ໃນລະຫວ່າງວັນທີ 3 – 6 ຕຸລາ 2016 ທີ່ແຂວງສາລະວັນ ເພື່ອເປັນການຄັດເລືອກ ເອົານັກກິລາໄປຮ່ວມການແຂ່ງຂັນ ກິລານັກຮຽນມັດທະຍົມ ທົ່ວປະເທດຄັ້ງທີ 6 ທີ່ແຂວງບໍລິຄຳໄຊເປັນເຈົ້າພາບພາຍໃນປີ 2017.
ການແຂ່ງຂັນກິລາຄັ້ງນີ້ໂດຍມີກິລາ 9 ປະເພດຄື: ບານເຕະຊາຍ, ບານສົ່ງຊາຍ, ກະຕໍ້ຫວາຍຊາຍ, ເປຕັງຊາຍ-ຍິງ, ດອກປີກໄກ່ຊາຍ-ຍິງ, ປິ່ງປ່ອງຊາຍ-ຍິງ, ແລ່ນລານຊາຍ-ຍິງ, ໝາກເສິກຊາຍ ແລະ ໜ້າເກັກຊາຍ. ເຊິ່ງມີນັກກິລາເຂົ້າຮ່ວມທັງໝົດ 729 ຄົນ, ຍິງ 81 ຄົນ ໃນນັ້ນມາຈາກ 8 ຕົວເມືອງຄື: ເມືອງສາລະວັນ, ເລົ່າງາມ, ວາປີ, ຄົງເຊໂດນ, ລະຄອນເພັງ, ຕຸ້ມລານ, ຕະໂອ້ຍ ແລະ ເມືອງສະໝ້ວຍ, ນອກນັ້ນຍັງມີນັກກິລາຈາກໂຮງຮຽນອ້ອມຂ້າງ 10 ໂຮງຮຽນ.
ການຈັດການແຂ່ງຂັນຄັ້ງ ນີ້ແມ່ນໄດ້ຕິດພັນກັບວຽກງານການສຶກສາ ແລະ ໄດ້ປະຕິບັດຫຼັກສູດການຮຽນ-ການສອນ ໃນ 5 ຫຼັກມູນຂອງການສຶກສາ ທັງເປັນການພັດທະນາຊັບພະຍາກອນມະນຸດ ແລະ ເສີມສ້າງທາງດ້ານກິລາກາຍະກຳ ໃຫ້ກັບເຍົາວະຊົນໃຫ້ມີຄວາມຮັກ-ມັກໃນການຮຽນ ຕິດພັນກັບການ ຫຼີ້ນກິລາ ເພື່ອເສີມສ້າງ, ພັດທະນາຕົນເອງ ໃຫ້ເປັນນັກກິລາ ທີ່ມີຄວາມສາມາດ-ພອນສະຫວັນເສີມສ້າງ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ຫ່າງໄກຢາເສບຕິດ.
ທີ່ມາ: kpl

No comments