ເຄື່ອງລະນຶກຂອງລາວ ທີ່ນັກທ່ອງທ່ຽວນິຍົມຫລາຍທີ່ສຸດ

*ແນ່ນອນວ່າ ເມື່ອໄປທ່ອງທ່ຽວ ຕາມສະຖານທີ່ ຕ່າງໆແລ້ວ ກໍຕ້ອງການສິ່ງຂອງ ຫລື ເຄື່ອງທີ່ລະນຶກ ກ່ຽວກັບສະຖານທີ່ ນັ້ນໆກັບເມື່ອເກັບໄວ້ ເພື່ອເຕືອນຄວາມ ຊົງຈຳວ່າເຮົາ ໄດ້ໄປສະຖານທີ່ ນັ້ນມາແລ້ວ. ການຊື້ຂອງຝາກ ຫລື ເຄື່ອງທີ່ລະນຶກ ເປັນສິ່ງທີ່ນັກ ທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບ ເມືອບໍ່ວ່າຈະຊື້ ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບ ປະເທດລາວເຮົາ ກໍມີແຫລ່ງຂາຍເຄື່ອງ ທີ່ລະນຶກໄວ້ໃຫ້ ນັກທ່ອງທ່ຽວ ໄດ້ເລາະຊື້ຫລາຍ ແຫ່ງເຊັ່ນ: ຕະຫລາດກາງຄືນ ຫລວງພະບາງ, ຕະຫລາດກາງຄືນ ສວນເຈົ້າອະນຸວົງ, ຕະຫລາດເຊົ້າ ແລະ ອື່ນໆ ເຊິ່ງກໍມີສິນຄ້າ ຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວ ໄດ້ເລືອກ ແລະ ລ້ວນແຕ່ຜະລິດ ຈາກສີໄມລາຍ ມືຄົນລາວ ແລະ ເປັນເອກະລັກ ສະເພາະຂອງລາວ.
ສຳລັບເຄື່ອງ ຕ້ອນຂອງຝາກ ທີ່ນັກທ່ອງທ່ຽວ ມັກຊື້ຫລາຍທີ່ສຸດ ເມື່ອມາທ່ຽວ ປະເທດລາວໄດ້ແກ່: ແພຝ້າຍ, ແພໄໝ ທີ່ຜະລິດ ຈາກສີໄມ້ລາຍມື ຂອງຄົນລາວເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນ ຢູ່ມີລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກ ຕ່າງຂອງແຕ່ລະ ຊົນເຜົ່າຢ່າງຊັດເຈນ, ມີຄຸນນະພາບດີ ລາຄາກໍບໍ່ແພງ ປານໃດດັ່ງນັ້ນ ນັກທ່ອງທ່ຽວ ຈິ່ງນິຍົມຊື້ ກັບບ້ານ. ກາເຟ ແລະ ຊາ ກໍເປັນສິນຄ້າຫລັກ ຂອງປະເທດລາວ ແລະ ໄດ້ຮັບການຍອມຮັບ ຈາກຕ່າງປະເທດ ຍ້ອນມີລົດ ຊາດທີ່ແຊບ ແລະ ມີກິ່ນຫອມ ເປັນເອກະລັກນັກ ທ່ອງທ່ຽວ ຈິ່ງນິຍົມຊື້ ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດ ໃນລາວແມ່ນ ຊາຜົ້ງສາລີ, ສ່ວນກາເຟ ແມ່ນກາເຟ ທາງປາກເຊ (ພູພຽງບໍລິເວນ). ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງ ສິນຄ້າທີ່ໄດ້ຮັບ ຄວາມນິຍົມ ຊື້ຈາກນັກ ທ່ອງທ່ຽວ ເນື່ອງຈາກເຄື່ອງເງິນ ມີຄວາມສວຍງາມ ແລະ ຄວາມປານີດ ຂອງຊ່າງ ຫັດຖະກຳລາວ. ຫັດຖະກຳໄມ້ ແກະສະຫລັກ ແລະ ຫວາຍຫັດຖະກຳ ປະເພດນີ້ ຈະມີລວດລາຍ ເປັນເອກະລັກ ສະເພາະຂອງຄົນລາວ ມີໃຫ້ເລືອກຫລາຍ ຂະໜາດຕາມຄວາມຕ້ອງການ.
ເຄື່ອງຕ້ອນຂອງຝາກ ແລະ ເຄື່ອງທີ່ລະນຶກ ເຫລົ່ານັ້ນນອກຈາກ ຈະສ້າງຊື່ສຽງໃຫ້ ແກ່ປະເທດລາວ ແລະ ດຶງດູດໃຫ້ ນັກທ່ອງທ່ຽວ ມາທ່ຽວຊົມ ປະເທດລາວ ຫລາຍຂຶ້ນແລ້ວ, ຍັງສາມາດສ້າງລາຍຮັບ ໃຫ້ແກ່ປະຊາຊົນລາວ, ປະເທດຊາດ ມີລາຍຮັບ ເພື່ອຮັກສາເອກະລັກ ແລະ ມູນເຊື້ອດັ່ງກ່າວ ພວກເຮົາຕ້ອງຊ່ວຍກັນ ອະນຸລັກ ແລະ ສົ່ງເສີມໃຫ້ມີ ການຜະລິດສິນຄ້າ ທີ່ເປັນເອກະລັກ ແລະ ສີ ໄມ້ລາຍມື ຂອງລາວ ກໍຄື ຂອງຊົນເຜົ່າ ຕ່າງໆໃຫ້ນັບມື້ ຫລາຍຂຶ້ນຫລີກເວັ້ນ ການຈຳໜ່າຍສິນຄ້າ ຮຽນແບບຈາກ ຕ່າງປະເທດ ທີ່ບໍ່ມີຄຸນນະພາບ ເພື່ອຮັກສາຊື່ສຽງ ແລະ ເອກອ້າງຄວາມ ເປັນຊາດລາວ ໃຫ້ເປັນທີ່ຍອມຮັບ ຈາກທົ່ວໂລກ.

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.