ກູບາ ກຽມ ຮັບມື ພາຍຸ ເຮີລີເຄນ

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 3​ ຕຸລາ 2016,​ເຈົ້າ​ໜ້າ​ທ່ີ ກູ​ບາ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້ ພວມ​ກຽມຮັບ​ມື ກັບ ພາຍຸ​ເຮີຣີ​​ເຄນ ທ່ີ​ພວມ​ເຄື່ອນ​ເຂົ້າ​ ກູ​ບາ, ຈາ​ໄມ​ກາ ​ແລະ ​ໄຮ​ຕີ ​ໂດຍ​ມີ ​ຄວາມ​ແຮງ​ ໃນ​ລະດັບ 4, ດ້ວຍ​ຄວາມ​ໄວ​ລົມ 230 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ. ຄາດ​ວ່າ ຈະ​ເຂົ້າຝັ່ງ​ ກູ​ບາ​ ໃນ​ວັນ​ນີ້ ເຮັດໃຫ້ ທາງ​ການ​ກູ​ບາ ພວມ​ກຽມ​ ອົບ​ພະຍົບ ປະຊາຊົນ , ຈັດ​ຫາ​ ສະຖານ​ທ່ີ​ ພັກ​ອາ​ໄສ ​ຊົ່ວຄາວ ​ເພື່ອ​ສາມາດ ​ຮອງ​ຮັບ​ ຜູ້​ອົບ​ພະຍົບ 180.000 ຄົນ ​ເນື່ອງ​ຈາກ ຈະ​ເກີດ​ນ້ຳ​ຖ​້ວມ ​ແລະ ດິນ​ເຈື່ອນ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.