ອີຣານ ຈະສົ່ງອອກ ນ້ຳມັນດິບ 2,35 ລ້ານບາເຣນ

ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ​ໂມ​ເຊັນ ຄາມ​ຊາຣີ ຜູ້ອຳ​ນວຍ​ການ​ ຮັບຜິດ​ຊອບ​ ຝ່າຍ​ຕ່າງປະ​ເທດ​ ຂອງ ​ກຸ່ມ​ນ້ຳມັນ ​ແຫ່ງ​ຊາດ ​ອີຣານ (NIOC) ​ໃຫ້​ຮູ້​ວ່າ ປັດຈຸບັນ, ອີຣານ ພວມ​ສົ່ງ​ອອກ​ ນ້ຳມັນດິບ 2,2 ລ້ານ​ບາ​ເຣນ ຕໍ່​ວັນ ​​ ແລະ ຈະ​ເພີ່ມ​ ຂຶ້ນ​ເປັນ 2,35 ລ້ານ​ບາ​ເຣນ ຕໍ່​ວັນ​ ໃນ​ອະນາຄົດ. ຂະນະ​ ດຽວ​ກັນ​ນັ້ນ ປະລິ​ມານ​ ການ​ບໍລິ​ໂພ​ກ​ ນ້ຳມັນດິບ ພາຍ​ໃນ ​ແລະ ບັນດາ​ ໂຮງງານ​ກັ່ນ ​ນ້ຳມັນ​ ຂອງ ​ອີຣານ ລວມມີ ປະມານ 1,8-1,85 ລ້ານ​ບາ​ເຣນ ຕໍ່​ວັນ. ນ​ອກຈາກ​ນັ້ນ, ທ່ານ ​ໂມ​ເຊັນ ຄາມ​ຊາຣີ ຍັງ​​ໃຫ້​ຮູ້​ວ່າ ຮົງ​ກາລີ ໄດ້​ຊື້​ ນ້ຳ​ມັນ​ດິບ ຈຳນວນ 1 ລ້ານ​ບາ​ເຣນ ​ແລະ ປະ​ເທດ​ອື່ນໆ​ອີກ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.