ລັດເຊຍ-ຍີ່ປຸ່ນເພີ່ມທະວີ ຮ່ວມມື ດ້ານວິທະຍາສາດ-ເຕັກໂນໂລຊີ

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທ​ດ, ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ອາກາ​ດີ ​​ໂວ​ໂກວິກ ຮອງ​ນາຍົກ ລັດຖະມົນຕີ ລັ​ດ​ເຊຍ ກ່າວ​ໃນ​ພິທີ ​​ເປີດ​ເວທີ​ ປາ​ໄສ​ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ ໃນ​ສັງຄົມ ​ໄດ​້ຈັດ​ຂຶ້ນ​ ຢູ່​ນະຄອນ​ກຽວ​ໂຕ ຂອງ ຍີ່​ປຸ່ນວ່າ ການ​ພົວພັນ​ ຮ່ວມ​ມື ລະຫວ່າງ ລັດ​ເຊຍ ​ແລະ ຍີ່ປຸ່ນ ​ພວມ​​ພັດ ທະນາຂຶ້ນ​ ໃນ​ຂົງ​ເຂດ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປະດິດ​ສ້າງ, ​ເຊິ່ງ​ເປັນ​ໜຶ່ງ​ໃນ​ ບັນດາ ​ປັດ​ໄຈ​ ສຳຄັນ​ ​ເພື່ອ​ນຳ​ໄປ​ສູ່​ ການ​ປະຕິບັດ ແຜນການ​ ຮ່ວມ​ມື ​ໃນ​ຂົງ​ເຂດ​ເສດຖະກິດ 8 ຈຸດ​ ໃຫ້​ປະສົບ​ ຜົນສຳ​ເລັດ ຕາມ​ທ່ີ​ທ່ານ ຊີ​ນ​ໂຊ​ອາ​ເບະ ນາຍົກລັດ ຖະມົນຕີ ຍີ່​ປຸ່ນ ສະ​ເໜີ​ຂຶ້ນ. ນອກຈາກ​ນັ້ນ, ​ແຜນການ​ ຮ່ວມ​ມື​ດັ່ງກ່າວ ຈະ​ຜັນ​ຂະຫຍາຍ​ ໃນ​ບັນດາ​ ໂຄງການ ​ລົງທຶນ​ ໃນ​ຂົງ​ເຂດ​ ຕ່າງໆ​ເຊັ່ນ: ພະລັງງານ, ອຸດສາຫະກຳ, ກະສິກຳ ​ແລະ ອື່ນໆ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.