ເດັກນ້ອຍໃນປະເທດພວມພັດທະນາ ທຸກຍາກທ່ີສຸດ 385 ລ້ານຄົນ
ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 4 ຕຸລາ 2016, ທະນາຄານໂລກ ແລະ ກອງທຶນ ເພື່ອເດັກ ແຫ່ງສະຫະ ປະຊາຊາດ (ຢູນິເຊຟ) ເປີດເຜີຍ ຂໍ້ມູນວ່າ: ເດັກນ້ອຍໃນປະເທດ ພວມພັດທະນາ ທຸກຍາກທ່ີສຸດ ລວມມີ 385 ຄົນ, ກວມເອົາ ເຖິງ1/5 ໂດຍຄອບຄົວ ມີລາຍໄດ້ ພຽງວັນລະ 1,90 ໂດລາ ສະຫະລັດ ຫລື ນ້ອຍກວ່ານີ້ ໂດຍສະເພາະ ພື້ຶ້ນທ່ີ ຊັບຊາ ຮາຣາ ຂອງ ອາຟຣິກກາ ແລະ ອີກ 1/3 ໃນເຂດອາຊີໃຕ້. ສະນັ້ນ ທະນາຄານໂລກ ຮຽກຮ້ອງ ປະເທດຕ່າງໆ ໃຫ້ ຊ່ວຍເຫລືອ ບັນດາ ເດັກນ້ອຍ ດັ່ງກ່າວ ແນໃສ່ ລົບລ້າງ ຄວາມທຸກຍາກ ໃຫ້ໝົດໄປ ໃນປີ 2030.
ທີ່ມາ: kpl
ທີ່ມາ: kpl
No comments