ຈີນ ທົດລອງ ນຳໃຊ້ເສັ້ນທາງລົດໄຟ ແຂວນ ຢ່າງສຳເລັດ

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 3​ ຕຸລາ, ​ຈີນ​ ​ເລີ່​ມທົດ​ລອງ​ ນຳ​ໃຊ້​ ລະບົບ​​ລົດ​ໄຟ​​ ແຂວນ (suspension railway) ທ່ີ​ມີ​ ໄລຍະ​ທາງ 300 ​ແມັດ ຢ່າງ​ປະສົບ ​ຜົນສຳ​ເລັດ ຢູ່​ເມືອງ​ເສິງ​ຕູ, ​ເຂດ​ມົນທົນ ​ເສ​ສວນ ຂອງ​ຈີນ. ລົດ​ໄຟ​ ແຂວນ​ນີ້ ຂັບ​ເຄື່ອນ ​ດ້ວຍ​ພະລັງງານ ​​​ແບ​ດ​ເຕີຣີ ​ແລະ ສາມາດ​ແລ່ນ ​ດ້ວຍ​ຄວາມ​ໄວ 60 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ ​ແລະ ​ແຕ່​ລະ​ຫ້ອງ ​ຈະ​ບັນຈຸ​ ຜູ້​ໂດຍສານ​​ໄດ້ 120 ຄົນ.


ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.