ລັດຖະບານຍີ່ປຸ່ນ ຊ່ວຍເຫລືອລາວ 40 ຕື້ກວ່າກີບ ເພື່ອນຳ ໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ຂປລ. ພິທີລົງນາມ ມອບ-ຮັບ ໂຄງການຊ່ວຍເຫລືອລ້າ ໃນການພັດທະນາເສດຖະກິດ-ສັງຄົມ ຈາກລັດຖະບານຍີ່ປຸ່ນ ມູນຄ່າ 500 ລ້ານເຢັນ ຫລື ປະມານ 40 ຕື້ກວ່າກີບ ລະຫວ່າງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ຕາເກຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໂຄງການດັ່ງກ່າວ, ມີຈຸດປະສົງແນ່ໃສ່ສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫວັງວ່າການສະໜັບສະໜູນໃນຄັ້ງນີ້ ຈະສາມາດສົ່ງເສີມໃຫ້ລັດຖະບານລາວ ບັນລຸເປົ້າໝາຍ ຕ່າງໆທີ່ໄດ້ວາງໄວ້ ເປັນຕົ້ນ ແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ 8 ແລະ ຍຸດທະສາດດ້ານການພັດທະນາເສດຖະກິດ-ສັງຄົມ ໂດຍແນ່ໃສ່ອຳນວຍຄວາມສະດວກ ເພື່ອຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.
ໃນໂອກາດດຽວກັນນີ້, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຍີ່ປຸ່ນ ທີ່ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຄັ້ງນີ້, ເຊິ່ງໃນປີ 2015 ຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອໂຄງການດັ່ງກ່າວ, ເພື່ອນຳໃຊ້ເຂົ້າໃນການດຸ່ນດ່ຽງງົບປະມານແຫ່ງຊາດ. ສຳລັບປີ 2016 ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ຈະຖືກນຳໃຊ້ເພື່ອການດຸ່ນດ່ຽງງົບປະມານ ປີ 2017 ເຊັ່ນດຽວກັນ. ການຊ່ວຍເຫລືອດັ່ງກ່າວ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະ ການລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າເທື່ອລະກ້າວ ແລະ ເຮັດໃຫ້ສປປ ລາວ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນ ປີ 2020
ທີ່ມາ: kpl

No comments