ເຄື່ອງມືການແພດທຸລະກິດຄວາມຫວັງຂອງຜູ້ປະກອບການໄທ

ເຄື່ອງມືການແພດເປັນໜຶ່ງ ໃນສິນຄ້າທີ່ຈຳເປັນ ແລະຂາດບໍ່ໄດ້ ຊຶ່ງຜ່ານມາ ສປປ ລາວ ກໍໄດ້ນຳ ເຂົ້າສິນຄ້າປະເພດດັ່ງກ່າວເປັນຈຳ ນວນຫຼວງຫຼາຍເພື່ອມາຮັບໃຊ້ຢູ່ໃນໂຮງໝໍ,
ຮ້ານຂາຍຢາໃນຂອບເຂດທົ່ວປະເທດ, ເນື່ອງຈາກວ່າການຜະລິດພາຍໃນຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ຊຶ່ງນັກທຸລະກິດໄທທີ່ໄດ້ສົ່ງອອກທາງດ້ານນີ້ເຫັນວ່າມີຄວາມເປັນໄປໄດ້ທີ່ລາວຈະເປັນຕະຫຼາດສຳຄັນ ແລະຂະຫຍາຍຕົວໄວຫາກມີຕົວແທນຈຳໜ່າຍຢູ່ລາວ.

zzzyyaayyyaaa

ອີງຕາມຂໍ້ມູນໃຫ້ຮູ້ຈາກກອງ ປະຊຸມພົບປະທັງສອງຝ່າຍລະຫວ່າງຜູ້ປະກອບການທາງດ້ານ ເຄື່ອງມືການແພດຂອງປະເທດໄທ ແລະນັກທຸລະກິດໃນປະເທດລາວໃນກາງເດືອນກັນຍາ 2016 ຜ່ານມານີ້ ຊຶ່ງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວຮ່ວມກັບສະຖາບັນພານິດໄທໄດ້ຈັດງານພົບປະເຈລະຈາກ່ຽວກັບເຄື່ອງມືການແພດ ແລະຜະລິດຕະພັນຢາຂຶ້ນເພື່ອເປີດໂອກາດໃຫ້ຜູ້ປະກອບການລາວສາມາດເຂົ້າຮ່ວມສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດ ແລະຮັບເປັນຕົວແທນຈຳໜ່າຍສິນຄ້າປະເພດ ດັ່ງກ່າວຈາກນັກທຸລະກິດໄທ.

zzzyaaaaay

ທ່ານ ທິຕິວຸດ ວາຈິຣາວິໂລດ ຜູ້ຈັດການທົ່ວໄປບໍລິສັດ (JSummit) ຈຳກັດ ໃຫ້ສຳພາດກັບທີມຂ່າວຂອງພວກເຮົາວ່າ: ການເຂົ້າຮ່ວມງານໃນເທື່ອນີ້ຖືວ່າເປັນຄັ້ງທຳອິດ ຂອງບໍລິສັດທີ່ໄດ້ນຳເອົາຕົວຢ່າງ ຂອງສິນຄ້າກ່ຽວກັບອຸປະກອນທີ່ໃຊ້ຊ່ວຍຫາຍໃຈກໍຄືຫົວປັບບັ້ງອົກຊີ ເພື່ອມາແນະນຳໃຫ້ກັບບັນດາບໍລິສັດ, ຫ້າງຮ້ານຢູ່ໃນ ສປປ ລາວ ທີ່ມີຄວາມສົນໃຈຢາກເປັນຕົວແທນຈຳໜ່າຍ, ພ້ອມກັນນັ້ນທາງບໍລິສັດ ຍັງຮັບຜະລິດໂດຍໃສ່ໂລໂກ້ເປັນ ຂອງບໍລິສັດລູກຄ້າ ຊຶ່ງທຸກໆສິນຄ້າທີ່ຜະລິດອອກຈາກໂຮງງານ ຂອງບໍລິສັດແມ່ນສາມາດຢັ້ງຢືນ ໄດ້ດ້ານຄຸນນະພາບຈາກກຸ່ມຜູ້ໃຊ້ແທ້, ຈາກຈຸດນີ້ຈຶ່ງເຮັດໃຫ້ບໍລິສັດ ນັບມື້ມີການຈະເລີນເຕີບໂຕທາງດ້ານປະລິມານ ແລະຄຸນນະພາບ, ທັງມີຕະຫຼາດຈຳໜ່າຍແລ້ວເຊັ່ນ: ປະເທດການາດາ, ປະເທດຊີລີ, ມາເລເຊຍ ແລະອຸປະກອນຈຳນວນໜຶ່ງແມ່ນສົ່ງໄປຍີ່ປຸ່ນ, ສຳລັບ ສປປ ລາວ ເນື່ອງຈາກເປັນປະເທດໃກ້ຄຽງທີ່ຄຸ້ນເຄີຍກັບກາໃຊ້ສິນຄ້າໄທຢູ ແລະບໍລິສັດຕ່າງໆ ຂອງລາວທີ່ໄດ້ເຂົ້າມາຮ່ວມງານຕ່າງກໍມີຄວາມສົນໃຈໃນຜະລິດຕະພັນ ແລະຢາກເຂົ້າມາເປັນຕົວແທນຈຳໜ່າຍນຳບໍລິສັດຂອງພວກເຮົາຄືກັນຈັ່ງເວົ້າໄດ້ວ່າລາວຈະເປັນງານຕະຫຼາດສຳຄັນ.

ທ່ານ ວິຣັດ ອຸປາສິດ ອຳນວຍການບໍລິສັດໄທເທັບກາວອຸດສາຫະກຳ ຈຳກັດກ່າວວ່າ: ງານຄັ້ງນີ້ ແມ່ນເປັນການສ້າງໂອກາດທີ່ດີໃຫ້ກັບບໍລິສັດທີ່ຜະລິດສິນຄ້າກ່ຽວກັບອຸປະກອນການແພດ ໂດຍສະເພາະບໍລິສັດຂອງພວກເຮົາແມ່ນ ໄດ້ຜະລິດແຜ່ນຕິດບາດ, ສະກັອດໃສຕິດບາດ, ແຜ່ນຕິດຫຼຸດໄຂ້, ພາສເຕີແກ້ປວດ ແລະອື່ນໆທີ່ກ່ຽວຂ້ອງຕົ້ນຕໍແມ່ນຜ້າອະນາໄມ, ຜ້າອ້ອມເດັກນ້ອຍ ແລະອຸປະກອນໃຊ້ໃນຫ້ອງການຕ່າງໆ ຊຶ່ງຜ່ານມາບໍລິສັດພວກເຮົາແມ່ນສົ່ງສິນຄ້າອອກໄປແລ້ວຫຼາຍກວ່າ 30 ປະເທດທົ່ວໂລກ ເປັນຕົ້ນປະເທດອາຊຽນເກືອບ ຄົບເຊັ່ນ: ມຽນມາ, ກຳປູເຈຍ, ມາເລເຊຍ, ສິງກະໂປ, ຫວຽດນາມ, ຟີລິບປິນ ແລະແຖວຢູໂຣບແມ່ນມີໃຕ້ຫວັນ, ຍີ່ປຸ່ນ, ອົດສະຕຣາລີ, ໄນຈີເຣຍ, ບັງກະລາເທດ ແລະປະເທດອື່ນໆອີກຈຳນວນໜຶ່ງ, ສຳລັບການໄດ້ມາສຶກສາຮູບແບບໃນການຂະຫຍາຍຕະຫຼາດເພື່ອຈຳໜ່າຍຢູ່ ໃນລາວເທື່ອນີ້ຖືເປັນຄັ້ງທຳອິດ ແລະຜ່ານມາຜະລິດຕະພັນຂອງບໍລິສັດຍັງບໍ່ເຄີຍສົ່ງສິນຄ້າມາຈຳໜ່າຍຢູ່ລາວເທີື່ອ, ຈຶ່ງຄິດວ່າການພົບປະກັນເພື່ອສຶກສາຕະຫຼາດໃນຄັ້ງນີ້ຂອງນັກທຸລະກິດ ທັງສອງປະເທດເຫັນໄດ້ເຖິງການຈະຂະຫຍາຍຕະຫຼາດມາລາວ ແລະລາວຍັງເປັນປະເທດບ້ານໃກ້ເຮືອນຄຽງທີ່ຍັງມີຄວາມຕ້ອງການອຸປະກອນທາງການແພດເປັນຈຳນວນຫຼວງຫຼາຍທີ່ສຳຄັນສິນຄ້າທຸກຢ່າງຂອງບໍລິສັດແມ່ນໄດ້ຄຸນນະພາບແຕ່ລາຄາຈະຖືກກວ່າບໍລິສັດຂອງຕ່າງປະເທດອີກຫຼາຍໆບໍລິສັດ.

No comments

Theme images by compassandcamera. Powered by Blogger.