ນັກທຸລະກິດໄມ້ຊົມເຊີຍຄຳສັ່ງເລກທີ່ 15 ພ້ອມຂໍລັດຊ່ວຍພັດທະນາສີມື

ຄຳສັ່ງເລກທີ 15/ນຍ ຂອງລັດ ຖະບານໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຜູ້ຄ້າ ໄມ້ຂ້າມຊາດ ແຕ່ນັກທຸລະກິດຜູ້ເຄື່ອນ ໄຫວຖືກຕ້ອງກັບຊົມເຊີຍທີ່ມີເອກະສານສະບັບນີ້ ເພາະເຮັດໃຫ້ໄມ້ລາວມີມູນຄ່າສູງຂຶ້ນ ສຳຄັນກວ່ານັ້ນສາມາດອະນຸຮັກປ່າທຳມະຊາດບໍ່ໃຫ້ຖືກທຳລາຍ ແຕ່ບັນຫາທີ່ຈະໃຫ້ລັດເປັນທຸລະຊ່ວຍຄືການພັດທະນາສີມືແຮງງານຈຳເປັນຕ້ອງໄດ້ຖ່າຍ ທອດປະສົບການຈາກຊາດອື່ນ.


ນັບແຕ່ເດືອນພືດສະພາ 2016 ທີ່ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເລກທີ 15/ນຍ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນ ການຄຸ້ມຄອງ ແລະກວດກາການຂຸດຄົ້ນ ໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ໃນນັ້ນໄດ້ສັ່ງເດັດຂາດໃຫ້ຢຸດຕິການສົ່ງ ອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກ ຫຼື ເຫງົ້າໄມ້, ຕໍ, ປູດໄມ້ ແລະໄມ້ຢືນຕົ້ນທີ່ຂຸດຄົ້ນຈາກປ່າທຳມະ ຊາດໄປຕ່າງປະເທດໃນທຸກກໍລະນີ.

ພາຍຫຼັງຄຳສັ່ງສະບັບນັ້ນເຈົ້າໜ້າທີ່ໄດ້ເຮັດໜ້າທີ່ຢ່າງເຂັ້ມງວດໃນການກວດກາການຂົນສົ່ງ ຂ້າມແດນເຮັດໃຫ້ບາງດ່ານສາມາດ ກັກຢືດສິນຄ້າ ແລະຜູ້ກະທຳຜິດຈຳນວນ ຫຼາຍບໍວ່າຈະເປັນລົດຂົນໄມ້ໂດຍກົງ ຫຼື ລົດຂົນສິນຄ້າອື່ນແອບແຝງ ຊຶ່ງສິ່ງເຫຼົ່ານັ້ນໄດ້ຢັ້ງຢືນເຖິງຜົນສັກສິດຂອງຄຳສັ່ງເລກທີ 15/ນຍ ກໍ່ຄືການບໍລິຫານປະເທດ ທີ່ເດັດຂາດຫຼາຍຂຶ້ນຂອງຄະນະລັດຖະ ບານຊຸດໃໝ່ໃນການຕ້ານປາກົດການຫຍໍ້ ທໍ້ທາງສັງຄົມ ຈາກນັ້ນໃນທ້າຍເດືອນ ສິງຫາຜ່ານມານີ້ລັດຖະບານໄດ້ຕີລາຄາຄືນໝາກຜົນຂອງການນຳໃຊ້ເອກະສານສຳຄັນດັ່ງກ່າວໃນພາກປະຕິບັດຕົວຈິງ ພ້ອມທັງກຳນົດເພີ່ມການຈຳແນກສິນ ຄ້າໄມ້ທີ່ອະນຸຍາດ ແລະຫ້າມສົ່ງອອກ ໄວ້ຊັດເຈນກວ່າເກົ່າ.

ທັງໝົດນັ້ນທ່ານ ນາງ ຈັນໄຕ ປະຖຳ ມະວົງ ຜູ້ອຳຍວຍການໂຮງງານຈັນໄຕ ເຟີນີເຈີໄດ້ສະແດງຄວາມຄິດເຫັນວ່າ: ການທີ່ລັດບໍ່ອະນຸຍາດໃຫ້ເອົາໄມ້ອອກ ນອກປະເທດກ່ອນການສ້າງມູນຄ່າເພີ່ມ ນັ້ນຖືເປັນນິມິດໝາຍອັນໃໝ່ເພາະນອກຈາກຈະຊ່ວຍຮັກສາປ່າໄມ້ໃນທຳມະ ຊາດແລ້ວຍັງຈະເປັນການອະນຸຮັກວັດຖຸ ດິບໄວ້ຜະລິດພາຍໃນ ເພື່ອສ້າງວຽກເຮັດງານທຳ, ສ້າງມູນຄ່າເພີ່ມແກ່ສິນຄ້າຂອງລາວເສີມຈຸດໄດ້ປຽບໃຫ້ລາວສາມາດ ແຂ່ງຂັນໄດ້ໃນຕະຫຼາດສາກົນອີກຕ່າງ ຫາກ.

ທ່ານນາງ ຈັນໄຕ ກ່າວວ່າ: ລາວ ເຮົາແມ່ນມີຄວາມໄດ້ປຽບດ້ານວັດຖຸດິບແຕ່ສິ່ງທີ່ຕ້ອງປັບປຸງຄືສີມືແຮງານຈຳ ເປັນຕ້ອງບຸກບືນສູ້ຊົນຕື່ມຈິ່ງຈະທຽບ ທັນກັບຊາດອື່ນ ແລະບັນຫາດັ່ງກ່າວແນ່ ນອນຫົວໜ່ວຍທຸລະກິດແມ່ນຈະອາໄສ ການຊ່ວຍເຫຼືອຈາກພາກລັດໃນການລະ ດົມຂໍຄວາມຮ່ວມມືຈາກຕ່າງປະເທດມາຝຶກອົບຮົມທາງວິຊາການໃຫ້ ໂດຍ ສະເພາະຈະຕີຕະຫຼາດໃດແມ່ນຕ້ອງຮູ້ ຄວາມຕ້ອງການຂອງຕະຫຼາດນັ້ນ ແລະ ຜະລິດສິນຄ້າສະໜອງຕາມການຮຽກ ຮ້ອງຂອງຜູ້ຊື້ ພ້ອມດຽວກັນນີ້ຄ່າພາສີ ອາກອນໃນປະຈຸບັນຍັງສູງຫຼາຍບວກໃສ່ຄວາມຫຍຸ້ງຍາກໃນການກູ້ຢືມເງິນ, ອັດ ຕາດອກເບ້ຍທະນາຄານກໍເປັນບັນຫາຖ່ວງດຶງການພັດທະນາຂອງຂະແໜງ ຜະລິດຕະພັນໄມ້ທີ່ຕ້ອງການຄວາມຊ່ວຍເຫຼືອຈາກພາກລັດ.

ເຊັ່ນດຽວກັບທ່ານ ນາງ ບົວລິພັນ ເຈົ້າຂອງໂຮງງານປຸງແຕ່ງໄມ້ເມືອງພູ ວົງ ໂຮງງານຕົວແບບດ້ານການຜະລິດ ໄມ້ຂອງແຂວງອັດຕະປື ກໍໄດ້ສະແດງ ທັດສະນະວ່າ: ຄຳສັ່ງເລກທີ 15/ນຍ ແມ່ນມີຜົນກະທົບເລັກນ້ອຍຕໍ່ພາກການ ສົ່ງອອກ ແຕ່ໂດຍລວມແລ້ວການນຳເອົາ ຄຳສັ່ງໄປຈັດຕັ້ງປະຕິບັດສາມາດສະກັດກັ້ນການຄ້າໄມ້ເຖື່ອນຢ່າງເປັນຮູບປະທຳ ແລະຍັງເປັນການສົ່ງເສີມທຸລະກິດ ໄມ້ຖືກກົດໝາຍໄປໃນຕົວໃນນາມຜູ້ດຳເນີນທຸລະກິດກ່ຽວກັບໄມ້ມານັບ 20 ປີ ຄັ້ງນີ້ຖືເປັນບາດກ້າວສຳຄັນສຸດໃນການ ອະນຸຮັກຜືນປ່າໃຫ້ຍືນຍົງສາມາດນຳ ໃຊ້ຍາວນານຊົ່ວລູກຊົ່ວຫຼານ ແລະເຮັດໃຫ້ຜູ້ຜະລິດໄມ້ຫັນມາຫາທາງອອກດ້ວຍການປູກໄມ້ຜະລິດແທນການຕັດໄມ້ໃນປ່າ.

ທ່ານຍັງກ່າວອີກວ່າ: ບໍລິສັດຂອງ ຕົນແມ່ນພໍໃຈທີ່ຈະຊື້ໄມ້ນຳລັດຖະບານເຮັດໃຫ້ທຸລະກິດໄມ້ເຂົ້າຂອບຂອງກົດ ໝາຍ ແລະຍັງສະໜັບສະໜູນຜະລິດເປັນ ຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ ສູ່ຕະຫຼາດ ແນໃສ່ຮອງຮັບການຜະລິດໄລ ຍະຍາວ, ຄຽງຄູ່ກັນນີ້ໄດ້ພະຍາຍາມປູກ ໄມ້ທົດແທນການໃຊ້ໄມ້ທຳມະຊາດດຽວ ນີ້ມີແລ້ວຢ່າງໜ້ອຍ 30 ເຮັກຕາສ່ວນ ໃຫຍ່ເປັນໄມ້ສັກ ແລະຈະຫາທາງເພີ່ມ ຂໍສຳປະທານດິນລັດເພື່ອປູກໄມ້ເນື້ອ ແຂງອີກຫຼາຍເທົ່າໃດຍິ່ງດີ.

No comments

Theme images by compassandcamera. Powered by Blogger.