ເປີດບັ້ນການສໍາຫລວດກໍາລັງແຮງງານໃນສປປ ລາວ ຄັ້ງທີ II ປີ 2016
ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວຄະນະຊີ້ນໍາການສໍາຫລວດກໍາລັງແຮງງານຄັ້ງທີ II ປີ 2016 ກ່າວວ່າ: ການສໍາຫລວດກໍາລັງແຮງງານຄັ້ງນີ້ ແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນ ໃນການສະໜອງຂໍ້ມູນສະຖິຕິດ້ານແຮງງານ ໃນການວາງແຜນນະໂຍບາຍ ແລະ ສ້າງແຜນກໍານົດຫລັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາ ແລະ ການນໍາໃຊ້ແຮງງານ ເພື່ອດັດສົມສາຍພົວພັນກໍາລັງແຮງງານກັບການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນໃນທົ່ວສັງຄົມ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາ MDGs. ໃນນັ້ນ, ກໍເພື່ອເປັນການປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໃນການສໍາຫລວດໃນທຸກໆ 5 ປີ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ ນີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຮອງຄະນະຊີ້ນໍາການສໍາຫລວດກໍາລັງແຮງງານຄັ້ງທີ II ປີ 2016, ມີບັນດາຜູ້ຕາງໜ້າແຕ່ລະກະຊວງ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: KPL
No comments