ເຮືອໄຟໂຮງຮຽນ ມຕ ພັນຫລວງ ຄອງທີ 1 ໃນງານປະກວດເຮືອໄຟງາມ


ຂປລ. ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ທີ່ເມືອງມໍລະດົກໂລກຫລວງພະບາງ ​ແຂວງ​ຫລວງ​ພະ​ບາງ ແມ່ນປາງບຸນໜຶ່ງ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການ ໂດຍໄດ້ຈັດຂຶ້ນໃນມື້ແຮມ 1 ຄ່ຳຂອງເດືອນ 11 ປີນີ້ ກົງກັບວັນທີ່ 17 ຕຸລາ 2016 ​ເຊິ່ງມີຄວາມຄຶກຄື້ນກ່ວາທຸກປີ, ມີຫລາຍພາກສ່ວນ ໄດ້ສົ່ງເຮືອໄຟເຂົ້າປະກວດເຖິງ 23 ລຳ. ຜ່ານ​ການ​ປະ​ກວດປະກົດ​ວ່າ ເຮືອໄຟຂອງໂຮງຮຽນມັດທະຍົມຕົ້ນພັນຫລວງ ​​ຄວ້າ​ອັນ​ດັບທີ 1, ສ່ວນ​ອັນ​ດັບ ທີ 2 ເຮືອໄຟບ້ານຊຽງທອງ-ຄີລີ ​ແລະ ອັນ​ດັບທີ 3 ເຮືອໄຟ ສິລະປະ ສີ່ແຍກຄອກງົວ.

ທ່ານ ສາຍສະໝອນ ສາລີວົງ ຮອງເຈົ້າເມືອງຫລວງພະບາງ ປະທານຈັດການ ປະກວດເຮືອໄຟງາມໃນປີນີ້ ກ່າວວ່າ: ປະເພນີການປະກວດເຮືອໄຟງາມ ແມ່ນເປັນປະເພນີ ທີ່ຊາວ ຫລວງພະບາງ ໄດ້ພ້ອມ ກັນປະຕິບັດມາ ໄດ້ຫລາຍເຊັນຄົນ ເຮືອໄຟ ແຕ່ລະລຳແມ່ນໄດ້ສ້າງຂຶ້ນ ດ້ວຍຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ເຊິ່ງປະກອບໄປດ້ວຍ ການປະດັບປະດາ ແສງສີ ແລະ ໂຄມໄຟນ້ອຍໃຫ່ຍ, ທັງເປັນການສະແດງເຖິງ ວັດທະນະທຳອັນດີງາມ ທີ່ເປັນເອກະລັກ ຂອງຊາວເມືອງຫລວງພະບາງ ໂດຍຈະແຫ່ຜ່ານ ເສັ້ນທາງກາງເມືອງ (ເສັ້ນທາງສີ ສະຫວ່າງວົງ) ຈົນເຖິງວັດຊຽງທອງ ແລ້ວມີການທຳພິທີ ທາງສາສະໜາ ຈຶ່ງນຳໄຫລລົງແມ່ນ້ຳຂອງ.


ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.