ທ້າຍປີ 2017 ລາວຈະເລີ່ມຈັດສົ່ງແຮງງານໄປເຮັດວຽກ ຢູ່ ສ ເກົາຫລີ ດ້ວຍລະບົບ EPS

ຂປລ.ລະບົບ​ການ​ຈ້າງ​ງານ EPS ​ເປັນ​ລະບົບ​ການ​ຈ້າງ​ແຮງ​ງານ​ຕ່າງ​ຊາດ​ ຂອງ ສ ເກົາຫລີ ​​ແລະ ​ເປັນ​ລະບົບ​ການ​ຈ້າງ​ແຮງ​ງານ​ຕ່າງ​ຊາດ ​ທີ່​ບໍ່​ມີ​ການ​ພັດທະນາ​ສີມື​ແຮງ​ງານ ຫລື ​ເປັນ​ວຽກ​ທີ່​ບໍ່​ໄດ້​ນຳ​ໃຊ້​ທັກ​ສະ​ສູງ. ​ເຊິ່ງສູນ​ບໍລິການ​ຈັດ​ຫາ​ງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ ສປປ ລາວ ​ແລະ ອົງ​ການ​ບໍລິການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແຫ່ງ ສ ​ເກົາຫລີ ​ໄດ້​ຮ່ວມ​ລົງ​ນາມ​ກັນ ​ໃນ​ວັນ​ທີ 17 ຕຸລາ 2016, ພາຍຫລັງ​ລົງ​ນາມ​ຂໍ້​ຕົກລົງ​ແລ້ວ ທັງ​ສອງ​ຝ່າຍ ​ກໍ​ຈະ​ຮ່ວມ​ກັນ​ໂຄສະນາ​ປະຊາສຳພັນ, ຕິດ​ຕັ້ງ​ອຸປະກອນ​ການ​ສອບ​ເສັງ, ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ສອບ​ເສັງ. ຄາດ​ວ່າ​ຈະ​ເລີ່​ມຈັ​ດສົ່ງ​ແຮງ​ງານ​ລາວ 500 ກວ່າ​ຄົນ ​ໃນ​ທ້າຍ​ປີ 2017 ​ເປັນ​ຕົ້ນ​ໄປ.
kpl_3189-lao-korea-2
ທ່ານ ຄຳ​ແສນ ​ໄຊ​ຍະ​ວົງ ຜູ້ອຳນວຍການ​ສູນ​ບໍລິການ​ຈັດ​ຫາ​ງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ ສປປ ລາວ ​ແລະ ທ່ານ Park Young Bum ປະທານ​ອົງ​ການ​ບໍລິການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແຫ່ງ ສ ​ເກົາຫລີ ​ໄດ້​ຮ່ວມ​ຖະ​ແຫລ​ງຂ່າວ​ ​ໃນ​ວັນ 17 ຕຸລາ 2016 ນີ້ ​ວ່າ: ສ ​ເກົາຫລີ ອະນຸຍາດ​ການ​ເຂົ້າ​ໄປ​ເຮັດ​ວຽກ​ຂອງ​ແຮງ​ງານ​ຕ່າງ​ຊາດ ​ໃນ​ກຸ່ມ​ແຮງ​ງານ​ທີ່​ບໍ່​ມີ​ການ​ພັດທະນາ​ສີມື​ແຮງ​ງານ ພາຍ​ໃຕ້​ລະບົບ EPS ​ໃນ​ຂະ​ແໜງ​ກະສິກຳ ​ເຊິ່ງ​ເປັນ​ຂະ​ແໜງ​ການ​ອາຊີບ​ທີ່​ຂາດ​ແຄນ​ດ້ານ​ແຮງ​ງານ ​ແລະ ຄົນ​ໃນ​ທ້ອງ​ຖິ່ນ​ ບໍ່​ນິຍົມ​ເຮັດ​ວຽກ​ນີ້. ການຈັດ​ສົ່ງ​ແຮງ​ງານ​ລາວ​ໄປ​ເຮັ​ດວຽກ​ຢູ່ ສ ​ເກົາຫລີ ດ້ວຍ​ລະບົບ EPS ​ເປັນ​ການ​ຈັດການ​ບັນຫາ​ການ​ຂາດ​ແຄນ​ແຮງ​ງານ ​ຂ​ອງ ສ ເກົາຫລີ, ພ້ອມ​ທັງ​ເປັນ​ການ​ຄຸ້ມ​ຄອງ, ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ໃຊ້​ແຮງ​ງານ​ຕ່າງ​ຊາດ ​ແລະ ​ເພື່ອ​ໃຫ້ການ​ດຳ​ເນີນ​ຂັ້ນ​ຕອນ​ຕ່າງໆ ​ເປັນ​ໄປ​ດ້ວຍ​ຄວາມ​ໂປ່​ງ​ໃສ ​ເຊິ່ງລັດຖະບານ​ເກົາ​ຫລີ ​ໄດ້​ກຳນົດ​ໃຫ້​ມີ​ກົດໝາຍ​ເພື່ອ​ການ​ຈ້າງ​ແຮງ​ງານ​ຕ່າງ​ຊາດ ​ແລະ ຕົກລົງ​ເຮັດ​ສັນຍາ ​ລະຫວ່າງ​ປະ​ເທດ ​ທີ່​ສົ່ງ​ອອກ​ແຮງ​ງານ​ກັບປະ​ເທດ​ເກົາຫລີ ​ແລະ ນຳ​ເຂົ້າ​ແຮງ​ງານ ພາຍ​ໃຕ້​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໂດຍ​ຫວັງ​ວ່າ​ລະບົບ​ການ​ຈ້າງ​ງານ​ນີ້ ຈະ​ຊ່ວຍ​ແກ້​ໄຂ​ບັນຫາ​ການ​ເອົາ​ປຽບ​ຂອງ​ບັນດາ​ນາຍ​ໜ້າ​ຄ້າ​ແຮງ​ງານ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.