ຄຸນຄ່າທາງຢາຂອງຂີ້ເຫລັກ


ຂີ້ເຫລັກ ເປັນພືດ ພື້ນເມືອງ ແລະ ເກີດຂຶ້ນເອງ ຕາມທຳມະຊາດ ທີ່ຄົນລາວ ນິຍົມນຳມາ ປຸງແຕ່ງເປັນ ອາຫານຫລາຍຊະນິດ ແລະ ໄດ້ຮັບຄວາມນິຍົມ ຢ່າງກວ້າງຂວາງ ຍ້ອນເຊື່ອວ່າ ມີຄຸນ​ຄ່າຫລາຍຢ່າງ ທີ່ດີຕໍ່ສຸຂະພາບ ດັ່ງທີ່ຜູ້ເຖົ້າຜູ້ແກ່ ມັກແນະ ນຳຄົນທີ່ນອນ ບໍ່ຫລັບວ່າ ໃຫ້ກິນແກງ ໃບຂີ້ເຫລັກ ຈະຊ່ວຍໃຫ້ ນອນຫລັບດີຂຶ້ນ, ທັງຊ່ວຍລະບາຍ ທ້ອງໄດ້ດີ.
ຕາມຫລັກການ ແພດຢາພື້ນເມືອງ ໄດ້ລະບຸໄວ້ວ່າ ຂີ້ເຫລັກ ມີຄຸນຄ່າ ທາງຢາດັ່ງນີ້: ໃບແກ່: ໃຊ້ປິ່ນປົວ ລົງຂາວ, ແກ້ໜິ້ວ ແລະ ຂັບໄລ່ ປັດສະວະ; ວິທີປຸງແຕ່ງກໍນຳເອົາ ໃບຂີ້ເຫລັກ ປະມານ 50 ກຣາມ ຕົ້ມກັບນໍ້າດື່ມ ກ່ອນນອນ. ສ່ວນດອກ ບານ: ໃຊ້ຫລຸດຄວາມ ດັນເລືອດ, ແກ້ຂີ້ຫິດ ແລະ ຮັກສາໜັງຫົວ ໂດຍການນຳເອົາ ດອກມາຕົ້ມນ້ຳ ດື່ມ ຫລື ຕຳແລ້ວນຳໄປ ທາໃສ່ບ່ອນ ທີ່ເປັນ. ສຳລັບເປືອກ: ໃຊ້ແກ້ລິດສິດວງ ໂດຍການນຳເອົາ ເປືອກມາຕົ້ມ ໃສ່ນ້ຳປະມານ 1 ລິດ ແລ້ວນຳໄປແຊ່. ເຮັດແບບນີ້ ເປັນປະຈຳ ຈະຊ່ວຍເຮັດໃຫ້ ພະຍາດ ທີ່ເປັນຫລຸດ ຜ່ອນລົງ ແລະ ເຊົາໃນທີ່ສຸດ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.