ບຸນຊ່ວງເຮືອທ່າວັດຈັນຄຶກຄື້ນ ແຕ່ຄ່າເຊົ່າສະຖານທີ່ແພງເກີນໄປ
ບັນຍາກາດບຸນຊ່ວງເຮືອທ່າວັດຈັນປີນີ້ ມີຄວາມຄຶກຄື້ນມ່ວນຊື່ນ ແລະ ມີການຈັດສັນ ສະຖານທີ່ ຢ່າງເປັນລະບຽບ ຮຽບຮ້ອຍ ເຊິ່ງມີຫ້າງຮ້ານ ສິນຄ້າທີ່ຈັບຈ່ອງ ສະຖານທີ່ ນັບແຕ່ສາມແຍກໄຟແດງ ວິທະຍາໄລເຕັກນິກ ປາກປ່າສັກ ຈົນຮອດ ສວນເຈົ້າອານຸວົງ ແຕ່ຄຽງຄູ່ກັບ ຄວາມມ່ວນຊື່ນນັ້ນ ຜູ້ປະກອບ ການ ກໍຄືຊາວຄ້າຂາຍ ຕ່າງກໍເວົ້າ ເປັນສຽງດຽວກັນວ່າ ຄ່າເຊົ່າສະຖານທີ່ ແລະ ຄ່າຝາກລົດແພງໂພດ.

ທ່ານ ນາງ ຈັນສຸກ ພົມມະຈັກ ເຈົ້າຂອງຮ້ານ ສະມາຄົມພັດທະນາຊຸມຊົນ ແລະ ອະນຸລັກສິງແວດລ້ອມ ທີ່ໄດ້ເຂົ້າຮ່ວມ ວາງສະ ແດງສິນຄ້າ ທີ່ທ່າວັດຈັນ ໃຫ້ສໍາພາດວ່າ: ບັນຍາກາດປີນີ້ ໂດຍລວມແລ້ວ ກໍມີຄວາມຄຶກຄື້ນ ມ່ວນຊື່ນ ໂດຍສະເພາະ ຕອນແລງວັນທີ 16-17 ວັນ ອອກພັນສາ ປະວໍລະນາ ແລະ ວັນຊ່ວງເຮືອຄົນ ຈໍານວນຫລວງຫລາຍ ໄດ້ພາກັນມາ ໄຫລເຮືອໄຟ ແລະ ເບິ່ງການຊ່ວງເຮືອເຮັດໃຫ້ຄົນ ເຂົ້າມາເລືອກສິນຄ້າ ຢູ່ໃນຮ້ານແບບ ບໍ່ຂາດສາຍ ສໍາລັບປີນີ້, ທາງຮ້ານຂອງພວກເຮົາ ໄດ້ເຂົ້າຮ່ວມ ວາງສະແດງ ສິນຄ້າ ບຸນ ຊ່ວງເຮືອ ທີ່ທ່າວັດຈັນ ເປັນປີທໍາອິດ ເຊິ່ງຮ້ານຂອງພວກເຮົາ ກໍມີສິນຄ້າ ຫລາກຫລາຍ ລາຍ ການເປັນຕົ້ນ: ສິ້ນໄໝ, ເສື້ອຍືດ, ແພບ່ຽງ ແລະ ອື່ນໆ ເຊິ່ງເປັນຜະລິດຕະພັນ ຂອງຂ້າພະເຈົ້າ ເປັນຜູ້ຜະລິດເອງ ປີນີ້ທາງຄະນະ ຮັບຜິດຊອບ ບຸນຊ່ວງໄດ້ໃຫ້ ໂອກາດສິນຄ້າ ຂອງຄົນລາວ 60 ກວ່າຮ້ານ ແລະ 5 ຮ້ານໂອດ໋ອບ ມີໂອກາດວາງສະແດງ ຢູ່ສ່ວນເຈົ້າອານຸວົງ ທັງນີ້ກໍ ເພື່ອສະໜັບສະໜູນ ຜະລິດຕະ ພັນລາວ ສໍາ ລັບຄ່າເຊົ່າ ສະຖານທີ່ ຂອງພວກເຮົາ 3 ລ້ານກີບ ຕໍ່ໜຶ່ງເຕັ້ນ.
ທ່ານ ນາງ ພູວີ ພິມມະຈັນ ເຈົ້າຂອງຮ້ານ ນໍ້າມັນຫວ້ານລືສີ, ນວດເສັ້ນ, ກ້າມຊີ້ນ ສິນຄ້າໂອດ໋ອບ ໜຶ່ງເມືອງໜຶ່ງຜະລິດຕະພັນ ຈາກແຂວງວຽງຈັນ ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ຫລາຍທີ່ໄດ້ ເຂົ້າຮ່ວມວາງສະແດງ ສິນຄ້າໃນຄັ້ງນີ້, ເຊິ່ງແຕ່ລະປີ ທາງຮ້ານ ຂອງພວກເຮົາ ສໍາລັບປີນີ້ ທາງຄະນະ ຮັບຜິດ ຊອບ ໄດ້ໃຫ້ໂອກາດ ສະໜັບໜູນ ຜະລິດຕະພັນ ແບບລາວໆ ນອກຈາກນັ້ນ, ທາງຄະນະຮັບ ຜິດຊອບ ຍັງໃຫ້ສິດທິ ພິເສດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂອງພວກເຮົາ ໂດຍໃຫ້ເຊົ່າ ສະຖານທີ່ 1 ສ່ວນ 2 ຂອງເຕັ້ນຕໍ່ 9 ແສນກີບ, ລວມທັງຄ່າໄຟ ແລະ ຄ່າຂີ້ເຫຍື້ອ ສ່ວນຄ່າເຊົ່າ ສະຖານທີ່ນີ້ ກໍບໍ່ແພງປານໃດ ສໍາ ລັບຂ້າພະເຈົ້າ.
ທ່ານ ນາງ ນາງ ເຈົ້າຂອງຮ້ານ ຂາຍເຄື່ອງດື່ມ, ຕໍາສົ້ມ, ຈືນລູກຊີ້ນ ໄດ້ໃຫ້ສໍາພາດວ່າ: ສໍາລັບປີນີ້ ທາງຄະນະ ຮັບຜິດຊອບ ໄດ້ໃຫ້ພວກ ຂ້າພະເຈົ້າ ເລີ່ມຂາຍເຄື່ອງ ແຕ່ວັນທີ 14-17 ຕຸລານີ້, ບັນຍາກາດ ໂດຍລວມແລ້ວ ແມ່ນມີຄວາມຄຶກຄື້ນ ຄືປີຜ່ານມາ ໂດຍສະເພາະ ໃນວັນທີ 17 ຕຸລານີ້ ເຊິ່ງເປັນມື້ ຊ່ວງເຮືອ ເຮັດ ໃຫ້ຄົນ ຈໍານວນຫລວງຫລາຍ ໄດ້ເຂົ້າມາເບິ່ງ ການຊ່ວງເຮືອ ແລະ ເຮັດໃຫ້ຄົນ ເຂົ້າມາຈັບມາຊື້ສິນຄ້າ ຂອງພວກເຮົາ ຢ່າງບໍ່ຂາດສາຍ ສ່ວນຄ່າເຊົ່າ ສະຖານທີ່ກວ່າ 4 ລ້ານກີບ, ບໍ່ລວມທັງ ຄ່າໄຟຟ້າ ແລະ ຄ່ານໍ້າ, ສໍາລັບແນວຄວາມຄິດ ຂ້າພະເຈົ້າກ່ຽວກັບ ຄ່າເຊົ່າສະຖານທີ່ ນີ້ຄິດວ່າແພງຫລາຍ ເພາະວ່າທາງຄະນະ ຮັບຜິດຊອບ ເປີດໂອກາດ ໃຫ້ກັບພວກເຮົາຂາຍ ໄດ້ພຽງແຕ່ 4 ມື້ເທົ່ານັ້ນ, ສ່ວນຄ່າຝາກລົດ ກໍຂຶ້ນແບບກະທັນຫັນ ໂດຍສະເພາະ ຕອນຄໍ່າໃນວັນທີ 16 ຕຸລາ ຈາກລາຄາ ປົກກະຕິ 5 ພັນກີບ ຂຶ້ນເປັນ 10 ພັນກີບ ສະເພາະລົດຈັກ, ສ່ວນລົດໃຫຍ່ ກໍເຊັ່ນດຽວກັນ.

No comments