ຈະຊື້ແບບໃດໃຫ້ຄຸ້ມທີ່ສຸດ? 5 ເທັກນິກການຊື້ກ້ອງ DSLR ມຶສອງສະບັບກະທັດລັດ


ຜູ້ມີໃຈສິນລະປະການຖ່າຍທອດເລື່ອງລາວຜ່ານພາບ ຫລື ການຖ່າຍຮູບນັ້ນເອງ ສຳຫລັບໃຜທີ່ກຳລັງຊອກຫາກ້ອງຈັກອັນ ມືຶ້ນີ້ວ່າ Dalene ຈະມາແນະນຳເທັກນິກການເລືອກຊື້ກ້ອງໂດຍຈະເປັນກ້ອງມຶ້ 2 ທີ່ລາຄາບໍ່ແພງເໝືອລາຄາມື1.
1. ສຶກສາຂໍ້ມູນຂອງກ້ອງ

ອັນດັບແລກເລີຍຂອງການເລືອກຊື້ກ້ອງ ເຮົາຄວນຈະສຶກສາຫາຂໍ້ມູນກ່ຽວກ້ອງໃຫ້ຫລາຍໆ ເລີຍ ເຮົາມັກກ້ອງແບບໃດ ລຸ້ນໃດ ຕາມຄວາມສົນໃຈ ຕັ້ງແຕ່ບໍ່ຄືຂອງກ້ອງ ໂຫມດໃນການຖ່າຍ ເລນສ໌ ແລະ ສ່ວນປະກອບອື່ນໆ ຂອງກ້ອງ ເພື່ອເປັນຕົວຊ່ວຍໃນການປະກອບການຕັດສິນໃຈທີ່ຈະເລືອກຊື້ກ້ອງເປັນຂອງຕົວເອງຈັກເຄື່ອງ.
 2. ກວດເບີ່ງລາຄາມື້ໜຶ່ງ ແລະ ລາຄາກາງຂອງກ້ອງມື້ສອງ


ຫລັງຈາກທີ່ເຮົາມີຂໍ້ມູນ ແລະ ສຶກສາຂໍ້ມູນຂອງກ້ອງພໍສົມຄວນແລ້ວ ອັນດັບຕໍ່ໄປໃນການເລືອກຊຶ້ກ້ອງຄືການເຊັກເບີ່ງລາຄາ ກ່ອນອື່ນເຊັກລາຄາມືໜຶ່ງຂອງກ້ອງຈາກເວັບໃຊ໌ ກັນກ່ອນວ່າລາຄຄາໃນຕອນນີ້ປະມານເທົ່າໃດ ແລະ ເຊັກລາຄາກ້ອງມື້ສອງປະມານເທົ່າໃດເພື່ອໃຊ້ໃນການປະກອບການຕັດສິນໃຈ.
 3. ຕິດຕໍ່ຜູ້ຂາຍ

ເຮົາທຳການຕິດຕໍ່ກັບຜູ້ຂາຍເພື່ອສອບຖາມລາຍລະອຽດ ແລະ ລາຄາຂອງກ້ອງກັນເພື່ອເປັນຕົວຊ່ວຍໃນການປະກອບການຕັດສິນໃຈຄັ້ງກ່ອນ ແລະ ທຳການຕົກລົງລາຄາກັນກ່ອນຊື້ ຄວນຈະມີການນັດຮັບຂອງແທນການສົ່ງຂອງທາງໄປສະນີ ເພາະຈະປອດໄພ ແລະ ຊົວກວ່າ ແລະ ເໝາະສຳຫລັບເຊັກສິນຄ້າທີ່ເຮົາຈະຕ້ອງການຊື້ດ້ວຍອີກທາງໜຶ່ງ.
 4. ຄວນເຊັກສະພາບ ແລະ ທົດລອງໃຊ້ງານກ້ອງ

ຫລັງຈາກທີ່ເຮົານັດຮັບຂອງ ແລະ ເຈີກັບຜູ້ຂາຍແລ້ວ ຜູ້ຊື້ຢ່າງເຮົາຄວນເຊັກສະພາບພາຍນອກຂອງກ້ອງກ່ອນເປັນອັນດັບແລກວ່າຢູ່ໃນສະພາບທີ່ພ້ອມໃຊ້ງານໄດ້ບໍ່ ວ່າມີບ່ອນແຕກ ຫລື ເປັນຮອຍບໍ່ ຫົວນອດທຸກໂຕ ທຸກສ່ວນພາຍນອກຕົວກ້ອງວ່າຜູ້ຂາຍໄດ້ແປງກ້ອງກ່ອນທີ່ຈະນຳມາຂາຍໃຫ້ເຮົາ ພ້ອມທົດລອງໃຊ້ງານກ້ອງວ່າສາມາດໃຊ້ງານໄດ້ ຫລື ບໍ່ ແລະ ບໍ່ລືມທີ່ຈະສອບຖາມເລື່ອງຂອງປະກັນກ້ອງດ້ວຍ.
 5. ເຊັກອຸປະກອນຂອງກ້ອງກ່ອນຈະຈ່າຍເງີນ

ອັນດັບສຸດທ້າຍຂອງການເລືອກຊື້ກ້ອງຄື ການເຊັກອຸປະກອບຂອງກ້ອງຕາມທີ່ຜູ້ຂາຍໄດ້ແຈ້ງເຮົາໄວ້ກ່ອນໜ້າແລ້ວວ່າມີອຸປະກອນ ຫຍັງຕາມທີ່ແຈ້ງໄວ້ກ່ອນເລືອກຊື້ ແລະ ຈ່າຍເງີນ ເຊັ່ນ: ສາຍກ້ອງ ສາຍ USB ແບດເຕີລີ ແທ່ນຊາດ ຄູ່ມື ໃບປະກັນເປັນຕົ້ນ ເມື່ອເຊັກຂອງຄົບຮຽບຮ້ອຍແລ້ວກໍ່ຖືງເວລາທີ່ຕ້ອງຈ່າຍເງີນ ແລະ ຮັບຂອງໄປເລີຍ.

ເນື້ອໃນ: Sanook.com

No comments

Theme images by compassandcamera. Powered by Blogger.