ເມືອງເລົ່າງາມ ລວມຍອດຜະລິດຕະພັນ ບັນລຸກວ່າ 800 ຕື້ກີບ


ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານພັກ ເມືອງເລົ່າງາມ ​ ເປີດກ້ວາງຄັ້ງທີ 5 ສະ​ໄໝທີ XI ໄດ້ຈັດ​ຂຶ້ນ ​ເມື່ອບໍ່ດົນ​ມາ​ນີ້ ​ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ, ທ່ານ ຄຳຜ່ານ ມາດອິນສຸກ ຮອງເລຂາພັກເມືອງ ປະທານກວດກາພັກ ເມືອງເລົ່າງາມ ໄດ້ຜ່ານບົດຕີລາຄາ ການນໍາພາຮອບດ້ານ ໃນໄລຍະສົກປີ 2015-2016 ແລະ ທິດທາງ 3 ເດືອນທ້າຍ​ປີໃຫ້ຮູ້ວ່າ: ເສດຖະກິດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄດ້ຮັບການພັດທະນາຢ່າງຮອບດ້ານ ເຊິ່ງສະແດງອອກ ລວມຍອດຜະລິດພາຍໃນ ບັນລຸໄດ້ 802, 55 ຕື້ກີບ, ທຽບໃສ່ແຜນການ ປີປະຕິບັດໄດ້ 96%​. ທົ່ວ​ເມືອງມີຄວາມສະຫງົບ ໂດຍພື້ນຖານທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາ ດີຂຶ້ນຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ ຂອງປະຊາຊົນ ມີການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ນັບມື້ນັບດີຂຶ້ນເປັນກ້າວໆ. ການ​ນຳ​ເມືອງ​ຍັງໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມການປູກພືດ ອຸດສາຫະກຳ ເປັນສິນຄ້າ ເປັນຕົ້ນ ກາເຟ, ມັນຕົ້ນ, ຖົ່ວ ດິນ, ມັນດ້າງ, ກ້ວຍ; ການປູກເຂົ້ານາປີ, ນາແຊງ ແລະ ລ້ຽງສັດ, ປູກພືດຜັກອື່ນໆ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນຫລາຍ​ເທົ່າ​ຕົວ; ສຳລັບຜົນຜະລິດກາເຟ ບັນລຸໄດ້ 13.000 ໂຕນ, ມັນຕົ້ນ 200.000 ໂຕນ, ຖົ່ວດິນ, ມັນດ້າງ , ກ້ວຍ ແລະ ພືດຜັກອື່ນໆ ບັນລຸ 30.000 ໂຕນ, ເຂົ້ານາປີ 6.500 ໂຕນ, ນາແຊງ 2.500 ໂຕນ.

ປັດຈຸບັນ ຄອບຄົວທຸກຍາກຫລຸດລົງ ຍັງເຫລືອ​ເກືອບ 300 ຄອບຄົວ, ເທົ່າກັບ 2,07% ຂອງຄອບຄົວ ໃນທົ່ວເມືອງ, ອັນພົ້ນເດັ່ນແມ່ນສາມາດ ເກັບລາຍຮັບໄດ້ເກີນແຜນ 758.290.000 ກວ່າກີບ, ເທົ່າກັບ 14% ຂອງແຜນການປີ, ເພີ້ມຂື້ນ 12,7%. ໃນນັ້ນ, ຂະແໜງກະສິກໍາ-ປ່າໄມ້ ກວມເອົາ 57%, ຂະແໜງອຸດສາຫະກໍາ-ຫັດຖະກໍາກວມ 23%​ ແລະ ຂະແໜງບໍລິການກວມເອົາ 20%, ສະເລ່ຍລາຍຮັບໃສ່ຫົວຄົນ 11 ລ້ານກວ່າກີບ ຫລື ເທົ່າກັບ 1.400 ໂດລາສະຫາລັດ/ຄົນ/ປີ. ເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ຖືກທິດ, ໝັ້ນທ່ຽງ ແລະ ຍືນຍົງ, ຄາດໝາຍສູ້​ຊົນ ລາຍຮັບສະເລ່ຍ​ໃນປີ 2020 ໃຫ້ບັນລຸ 2.000 ໂດລາສະຫະລັດຕໍ່ຄົນ.

No comments

Theme images by compassandcamera. Powered by Blogger.