ກຽມຈັດງານສັບປະດາສິນຄ້າຖິ່ນກໍາເນີດ ຢູ່ນະ ຄອນຫລວງວຽງຈັນ


ຂປລ. ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ກົມ​ຊັບ​ສິນ​ທາງ​ປັນຍາ ຮ່ວມ​ກັບສະຖານທູດ​ຝລັ່ງປະ​ຈໍາ​ລາວ, ອົງການ​ອາຫານ ​ແລະ ກະສິກໍາ, ອົງ​ການ​ພັດທະນາ​ຂອງ​ປະ​ເທດ​ຝຣັ່ງ, ສະພາ​ການ​ຄ້າ ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ ​ແລະ ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ເອີ​ຮົບປະ​ຈໍາສປປ ລາວ ໄດ້​ຈັດ​ຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ການຈັດ​ງານ​ສັບປະດາ​ສິນຄ້າ​ຖິ່ນ​ກໍາ​ເນີ​ດຂຶ້ນ​ໃນວັນທີ 18 ຕຸລາ 2016 ນີ້ ​ເພື່ອ​ສົ່ງ​ເສີມ​ຖິ່ນ​ກໍາ​ເນີ​ດຄຸນ​ນະພາ​ບຂອງ​ສິນຄ້າ ​ແລະ ພູມປັນຍາ​ທ້ອງ​ຖິ່ນ​ໃຫ້​ຫລາຍ​ຂຶ້ນ.

ທ່ານນາງ ຂັນ​ລາສີ ​ແກ້ວ​ບຸນ​ພັນ ຫົວໜ້າ​ກົມ​ຊັບ​ສິນ​ທາງ​ປັນຍາ ​ແຈ້ງ​ໃຫ້​ຮູ້​ວ່າ: ການຈັດ​ງານ​ຖິ່ນ​ກໍາ​ເນີ​ດ​ໃນ​ຄັ້ງ​ນີ້​ຈະ​ໄດ້​ຈັດ​ຂຶ້ນ ລະຫວ່າງ​ ວັນ​ທີ 25-28 ຕຸລາ 2016 ນີ້ ຢູ່ທີ່​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງຈະ​ມີ​ການວາງສະ​ແດງ​ສິນຄ້າຖິ່ນ​ກໍາ​ເນີ​ດ ລະດັບ​ພາກ​ພື້ນ​ທີ່​ມາ​ຈາກ ສປປ ລາວ, ຫວຽດນາມ, ກໍາປູ​ເຈຍ ​ແລະ ​ໄທ ​ແລະ ບັນດາ​ປະ​ເທດ​ຕ່າງໆອີກ​ຈໍານວນ​ໜຶ່ງ​ໃນ​ອາຊີ ​ແລະ ​ເອີ​ຮົບ, ​ພ້ອມ​ກັບ​ມີ​ການຈັດ​ຫລາຍ​ກິດຈະ​ກໍາ​ ໂດຍ​ໂຄສະນາ​ເຜີຍ​ແຜ່​ແນ​ໃສ່​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ກ່ຽວ​ກັບ​ສິນຄ້າ​ຖິ່ນ​ກໍາ​ເນີດຫລາຍ​ຂຶ້ນ ​ລວມທັງ​ເປັນ​ການ​ເປີດ​ໂອກາດ​ໃຫ້​ມີ​ການ​ໂຄສະນາ ​ເພື່ອ​ເຮັດ​ໃຫ້​ສິນຄ້າ​ຖິ່ນ​ກໍາ​ເນີ​ດທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນ​ທີ່​ຮູ້​ຈັກ​ໃນ​ສັງຄົມ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ.

ທ່ານນາງ ຂັນ​ລາສີ ​ແກ້ວ​ບຸນ​ພັນ ກ່າວ​ຕື່ມ​​ວ່າ: ສິນຄ້າຖິ່ນ​ກໍາ​ເນີ​ດ​ ແມ່ນ​ສິດທາ​ງດ້ານ​ຊັບ​ສິນ​ທາງ​ປັນຍາ​ ໃນ​ການ​ປົກ​ປ້ອງ​ຄຸນ​ລັກສະນະ​ສະ​ເພາະ​ຂອງ​ສິນຄ້າ ​ທີ່​ມີ​ຄວາມ​ເຊື່ອມ​ໂຍງ​ກັບ​ຂອບ​ເຂດ​ທາງ​ພູມ​ສາດ ຫລື ຖິ່ນ​ທີ່​ມາ​ຂອງ​ສິນຄ້າ​. ດັ່ງ​ນັ້ນ,​ ຈຶ່ງ​ມີ​ການ​ນໍາ​ໃຊ້​ຊື່​ທາງ​ພູມ​ສາດ​ກັບ​ສິນຄ້າ​ ເຊັ່ນ: ຊໍາ​ເປ​ນຈາກ​ປະ​ເທດ​ຝຣັ່ງ, ໝາກພິກ​ໄທ​ກໍາ​ປົດ​ ຈາກ​ກໍາປູ​ເຈຍ, ຊາ​ດາ​ຈີ​ລິງ​ຈາກ​ອິນ​ເດຍ, ຊາ​ມົກ​ເຈົາຈາກ​ ຫວຽດນາມ, ສະ​ກອດ​ວິດ​ສະ​ກີ ​ຈາກ​ອັງກິດ, ສ່ວນ​ສິນຄ້າ​ເອກະລັກ​ສະ​ເພາະ​ທີ່​ມີຄວາມ​ເຊື່ອມ​ໂຍງ​ກັບ​ຖິ່ນ​ທີ່​ມາ​ຂອງ ສປປ ລາວ​ ລວມມີກາ​ເຟພູ​ພຽງ​ບໍລະ​ເວນ, ​ເຂົ້າ​ໄກ່​ນ້ອຍ​ຈາກ ​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ​, ຊາ​ຈາກ​ແຂວງ​ຜົ້ງ​ສາລີ ​ແລະ ປາກ​ຊ່ອງ​ຜ້າ​​ໄໝ​ຈາກ​ ແຂວງ​ຫລວງ​ພະ​ບາງ ​ແລະ ຫົວພັນ, ຖິ່ນ​ກໍາ​ເນີ​ດ​ແມ່ນ​ຜົນ​ທີ່​ເກີດ​ມາ​ຈາກ​ການ​ເຊື່ອມ​ໂຍງ​ ລະຫວ່າງ​ສະພາບ​ແວດ​ລ້ອມ ​ແລະ ພູມ​ປັນຍາ​ຂອງ​ທ້ອງ​ຖິ່ນ​ເຊິ່ງ​ເປັນ​ສິ່ງ​ຄໍ້າປະກັນ​ຕໍ່​ຜູ້​ບໍລິ​ໂພ​ກ ທີ່​ສະ​ແຫວ​ງຫາ​ສິນຄ້າ​ເອກະລັກ​ສະ​ເພາະ, ຄຸນ​ນະພາ​ບສູງ ​ແລະ ຜ່ານ​ການ​ຮັບຮອງ​ມາດຕະຖານຖິ່ນ​ກໍາ​ເນີ​ດ ຍັງ​ມີ​ຄວາມ​ສໍາຄັນ​ຕໍ່​ກັບ​ຜູ້​ຜະລິດ​ຢູ່​ເຂດ​ຊົນນະບົດ ​ດ້ວຍ​ການ​ຊ່ວຍ​ເຮັດ​ໃຫ້​ມີ​ການ​ຫັນປ່ຽນ​ການ​ຜະລິດ​ທີ່​ເນັ້ນ​ໃສ່​ປະລິມານ​ ມາ​ເປັນ​ການ​ຜະລິດ​ທີ່​ເນັ້ນ​ໃສ່​ຄຸນ​ນະພາ​ບ​ເຊິ່ງຈະ​ເປັນ​ການ​ເພີ່ມ​ໂອກາດ​ທາງ​ການ​ຕະຫລາດ​ ​ແລະ ​ເຮັດ​ໃຫ້​ສິນຄ້າ​ມີຄ່າ​ເພີ່ມ​ສູງ​ຂຶ້ນ ​ໃນ​ຊຸມ​ປີ​ຜ່ານ​ມາສະ​ເພາະ​ຂົງ​ເຂດ​ອາຊີ​ແມ່ນ​ມີ​ຫລາຍ​ກວ່າ 150 ຜະລິດ​ຕະພັນ ​ທີ່​ໄດ້​ຮັບ​ການ​ຈົດ​ທະບຽນ​ປົກ​ປ້ອງ​ຖິ່ນ​ກໍາ​ເນີ​ດ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.