ພັນລະຍາປະທານປະເທດ ຕ້ອນຮັບ ຄະນະສະຫະ ພັນແມ່ຍິງ ສສ ຫວຽດນາມ


ຂປລ. ​​ວັນ​ທີ 18 ຕຸລາ 2016 ທີ່​ບ້ານ​ພັກໜອງບອນ ນະຄອນຫລວງ​ວຽງຈັນ, ທ່ານນາງ ຄຳ​ເມີງ ວໍລະ​ຈິດ ພັນ​ລະ​ຍາ​ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ. ​ໄດ້​ໃຫ້ກຽດຕ້ອນຮັບ​ ການ​ເຂົ້າ​ຢ້ຽມຢາມຂອງ ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ນຳ​ໂດຍທ່ານນາງ ຫງວຽນ ຫງວຽດ ງາ ພັນ​ລະ​ຍາ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ສສ ຫວຽດນາມ ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ພົບ​ປະ​ເຮັດ​ວຽກ ໃນ​ລະຫວ່າງ​ ວັນ​ທີ 17-18 ຕຸລາ​ນີ້.

​ໃນ​ໂອກາດ​ນີ້, ທ່ານນາງ ຄຳ​ເມີງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຍ້ອງຍໍຊົມ​ເຊີຍຕໍ່​ພັນ​ລະ​ຍາ​ການ​ນຳ ກໍ​ຄື ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ ຂອງສະຫະພັນ​ແມ່ຍິງ ສອງ​ປະ​ເທດ ​ລາວ-​ຫວຽດນາມ ​ໃຫ້​ມີ​ຄວາມ​ຮັດ​ແໜ້ນກັນ​ຍິ່ງ​ໆຂຶ້ນ. ​ເຊິ່ງ​ໄລຍະ​ຜ່ານ​ມາ ຄະນະ​ຄອບ​ຄົວພັນ​ລະ​ຍາ​ການ​ນຳ​ ຂອງສອງ​ປະ​ເທດ ກໍ​​ໄດ້ມີ​ການ​ພົບ​ປະ​ຮ່ວມ​ມື​​ ແລກປ່ຽນວັດທະນະທຳຮ່ວມກັນ​ຕະຫລອດ​ມາ. ​ໃນ​ໂອກາດ​ເດີນທາງ​ຄັ້ງ​ນີ້, ທ່ານນາງ ຫງວຽນ ຫງວຽດ ງາ ​ແລະ ຄະນະ ຍັງ​ໄດ້​​ເຂົ້າ​ພົບ​ພັນ​ລະ​ຍາ ທ່ານນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ພົບ​ປະ​ກັບ ສະຫະພັນ​ແມ່ຍິງ​ນະຄອນຫລວງ​ວຽງຈັນ ນຳ​ອີກ.

ພ້ອມ​ດຽວກັນ​ນີ້, ທ່ານ​ນາງ ຫງວຽນ ຫງວຽດ ງາ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈໃນການ​ຕອບ​ຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້​ ​ແລະ ​ໄດ້​ຍ້ອງຍໍ​ກ່ຽວກັບ​ວັດທະນະທຳ​, ຮີດຄອງ​ປະ​ເພນີລາວ ອັນ​ເປັນ​ເອກະລັກ ​ແລະ ຫວັງ​ຢ່າງ​ຍິ່ງວ່າ​ ຈະ​​ໄດ້​ຮັບການ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ດີ ລະຫວ່າງ​ ສະຫະພັນ​​ແມ່ຍິງ​ລາວ- ສະຫະພັນ​ແມ່​ຍິງຫວຽດນາມ ທີ່​ມີ​ມາ​​ແຕ່​ດົນ​ນານນັ້ນ ​ໃຫ້​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງໆ​ຂຶ້ນ​.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.