ປະທານປະເທດ ສປປ ລາວ ເຊັນປື້ມໄວ້ອາໄລເຖິງ ພະເຈົ້າມະຫາຊີວິດ ຣາຊະອານາຈັກໄທ
ຂປລ. ວັນທີ 18 ຕຸລາ 2016 ນີ້ ສະຖານທູດ ແຫ່ງ ຣາຊະອານາຈັກໄທ ປະຈໍານະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າເຊັນປື້ມໄວ້ອາໄລສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ໃນນາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຕໍ່ການສິ້ນພະຊົນ ຂອງພະບາດສົມເດັດພະເຈົ້າມະຫາຊີວິດພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ.
ພະບາດສົມເດັດພະເຈົ້າມະຫາຊີວິດພູມີພົນ ອະດຸນຍະເດດ ເປັນພະຣາຊາ ທີ່ມີນໍ້າໃຈເສຍສະຫລະອັນສູງສົ່ງ ແລະ ມີຄຸນງາມຄວາມດີອັນໃຫຍ່ຫລວງ ອຸທິດເຫື່ອແຮງໃຫ້ແກ່ປະເທດຊາດ ແລະ ປວງຊົນຊາວໄທ ຕະຫລອດໄລຍະ 70 ປີ ທີ່ພະອົງຂຶ້ນຄອງລາດ ເຊິ່ງເຮັດໃຫ້ພະອົງ ເປັນທີ່ເຄົາລົບຮັກ ແລະ ເປັນທີ່ຊັກກາລະບູຊາຂອງປວງຊົນຊາວໄທ ທຸກທົ່ວໜ້າ.

ການຈາກໄປຂອງພະອົງ ເປັນການສູນເສຍພະຣາຊາຂອງຊາວໄທ ທັງເປັນການສູນເສຍຜູ້ນໍາ ທີ່ມີວິໄສທັດໃນການພັດທະນາຮອບດ້ານ ເຊິ່ງເປັນທີ່ຮັບຮູ້ຢ່າງກວ້າງຂວາງ ໃນທົ່ວໂລກ. ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນອະດຸນຍະເດດ ຍັງປ່ຽມລົ້ນໄປດ້ວຍຄວາມມີພະໄທຕໍ່ຄວາມສໍາພັນຖານບ້ານພີ່ເມືອງນ້ອງ, ບ້ານໃກ້ເຮືອນຄຽງຕໍ່ ສປປ ລາວ ແລະ ຕໍ່ການເສີມຂະຫຍາຍສາຍພົນພັນທີ່ດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ ຕະຫລອດມາ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄທ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລອັນສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກມາຍັງພະບໍຣົມວົງສານຸວົງທຸກພະອົງ ແລະ ປວງຊົນຊາວໄທພີ່ນ້ອງ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວວງວິນຍານຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ຈົ່ງໄປສູ່ຂະຕິສຸກ.ໃນວັນດຽວກັນນີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ເຂົ້າເຊັນປື້ມໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈຕໍ່ການສິ້ນພະຊົນ ຂອງພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.
ທີ່ມາ: KPL

No comments