ຮອງນາຍົກລັດຖະມົນຕີຮ່ວມສະຫລອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ


ຂປລ. ທ້າຍ​ອາທິດ​ຜ່ານ​ມາ ຢູ່​​ແຂວງ​ໄຊ​ຍະ​ບູລີ​ ໄດ້​ຈັດ​ພິທີ​ສະ​ເຫລີມສະຫລອງວັນ​ອາຫານ​ໂລກ ຄົບຮອບ 36 ປີ; ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງຄວາມທຸກ​ຍາກ ຄົບຮອບ 23 ປີ. ​ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນຮອງ​ນາຍົກລັດຖະມົນຕີ, ມີ​​ລັດຖະມົນຕີ, ​ຮອງ​ລັດຖະມົນຕີ, ​ເຈົ້າ​ແຂວງ, ​ຮອງ​ເຈົ້າ​ແຂວງ, ​ຜູ້ຕາງໜ້າຈາກ​ອົງການ​ຈັດ​ຕັ້ງ​ສາກົນ; ​ແຂກ​ຖືກ​ເຊີນ ​ແລະ ປະຊາຊົນ ​ແຂວງ​ໄຊ​ຍະ​ບູລີ ​ເຂົ້າ​ຮ່ວມ.
ການສະ​ເຫລີມສະຫລອງວັນ​ອາຫານ​ໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງ​ລ້າງ​ຄວາມ ທຸກ​ຍາກ​ໃນ​ຄັ້ງນີ້, ​ແມ່ນ​ມີ​ຄວາມໝາຍຄວາມ​ສໍາຄັນທີ່​ສຸດ ​ແນ​ໃສ່​ປູກ​ຈິດ​ສໍານຶກ ​ແລະ ສ້າງ​ຄວາມ​ຮູ້​ໃຫ້​ປະຊາ​ຊາດ​ໃນ​​ໂລກ​ໄດ້​ເຂົ້າ​ໃຈ​ວ່າ ຄວາມທຸກ​ຍາກ ​ແລະ​ ໄພ​ອຶດ​ຫິວ ບໍ່​ແມ່ນ​ບາບ​ກໍາ​ທີ່​ເທວະ​ດາ​ຟ້າ​ແຖນ​ເປັນ​ຜູ້​ປັ້ນ​ແຕ່ງ​ໃຫ້​ ແຕ່​ມັນ​ແມ່ນ​ປະກົດ​ການ​ທາງ​ສັງຄົມໜຶ່ງ ທີ່​ສາມາດ​ລຶບລ້າງ​ໃຫ້ໝົດ​ໄປ​ໄດ້; ປົດ​ປ່ອຍປະ​ຊາ​ຊາດ​ໂດຍ​ສະ​ເພາະ​ຜູ້​ທຸກ​ຍາກ​ອຶດ​ຫິວ ອອກ​ຈາກ​ວົງ​ຈອນ​ອຸບາດ​ທາງ​ດ້ານ​ແນວ​ຄິດ, ​ແກ້​ໄຂ​ຄວາມ​ຮູ້ສຶກ​ຕໍ່າຕ້ອຍ-ຕີ​ຕົວ​ຕໍ່າ, ຄວາມ​ໂງ່​ຈ້າຫລ້າຫລັງ​ ແລະ ການ​ເຊື່ອ​ຖື​ງົມງວາຍ, ​ໃຫ້​ເຂົ້າ​ເຈົ້າ​ຮູ້ສຶກ​ວ່າຕົນ​ເອງ​ມີ​ກຽດສັກ​ສີ​ ຂອງ​ຄວາມ​ເປັນ​ມະນຸດ, ມີ​ເຫື່ອ​ແຮງ​ສະຕິ​ປັນຍາ​ຄື​ຄົນ​ທົ່ວ​ໄປ, ຈາກ​ນັ້ນ ​ແມ່ນ​ໃຫ້​ເຂົາ​ເຈົ້າ​ມີ​ກໍາລັງ​ໃຈ, ມີ​ຄວາມ​ກ້າຫານ​ ແລະ ມີ​ຄວາມ​ສາມາດ​ບືນ​ຕົວ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ​ ໄພ​ອຶດ​ຫິວ​ໄດ້. ​ເຊິ່ງການສະ​ເຫລີມສະຫລອງສອງ​ວັນ​ດັ່ງກ່າວ​, ​ແມ່ນ​ຢູ່​ໃນ​ເງື່ອນ​ໄຂ​ທີ່​ວົງສາ​ຄະນະ​ຍາດ​ສາກົນລວມທັງສປປ ລາວ​ ໄດ້​ຮັບຮອງ​ເອົາ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ (SDG) ທີ່ຖືເອົາການລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວ ເປັນບູລິມະສິດອັນດັບໜຶ່ງ ​ເຊິ່ງໄດ້ສະແດງອອກຢູ່ໃນ SDG 1 ທີ່​ວ່າ:“ລຶບລ້າງ​ຄວາມທຸກ​ຍາກທຸກ​ຮູບ​ແບບ ​ໃນ​ທົ່ວ​ໂລກ”​ແລະ SDG 2 ທີ່ວ່າ: “ລຶບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽບອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມການກະສິກໍາແບບຍືນຍົງ”.
​​ເພື່ອ​ເຮັດ​ໃຫ້ພິທີສະ​ເຫລີມສະຫລອງສອງ​ວັນ​ສາກົນ​ດັ່ງກ່າວ, ມີ​ຄວາມໝາຍຄວາມ​ສໍາຄັນ​ຍິ່ງ​ຂຶ້ນ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ໃຫ້ກຽດ​ເຂົ້າ​ຮ່ວມ​ພິທີ​ຍ່າງ​ມາລາ​ທອນ ໂດຍເລີ່ມຈາກ​ຫ້ອງ​ວ່າການ​ປົກຄອງ​ແຂວງ ຫາສະໜາມຫລວງຂອງ​ແຂວງ, ຈາກ​ນັ້ນ, ​ກໍ່​ໄດ້​ເປີດ​ພິທີ​ສະ​ເຫລີມສະຫລອງສອງ​ວັນ​ດັ່ງກ່າວ ຢ່າງ​ເປັນ​ການ. ​ເຊິ່ງ​ໃນ​ພິທີ​ໄດ້​ມີ​ການວາງສະ​ແດງ​ສິນຄ້າ, ຜະລິດ​ຕະພັນຕ່າງໆ, ຜົນ​ຜະລິດ​ກະສິກໍາ, ຫັດຖະ​ກໍາຈາກ​ບັນດາ​ຂະ​ແໜງ ການ​ຕ່າງໆ ​ແລະ ​ປະ​ຊາ​ຊົນ​ແຂວງ​ໄຊ​ຍະ​ບູລີ. ຈາກ​ນັ້ນ, ທ່ານ ​ຮອງ​ນາຍົກລັດຖະມົນຕີພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​​ໂຮງ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ, ​ເຊິ່ງ​ໂຄງການ​ດັ່ງກ່າວ​ໄດ້​ເລີ່​ມດໍາ​ເນີນ​ການກໍ່ສ້າງ​ ໃນ ​ປີ 2010 ​​ແລະ ສໍາ​ເລັດ​ການກໍ່ສ້າງ​ໃນຕົ້ນ​ປີ 2016, ມີ​ກໍາລັງ​ການ​ຜະລິດ​ທັງໝົດ 1778 ​ເມ​ກາ​ວັດ, ມີ​ພະນັກງານ 4.000 ກວ່າ​ຄົນ, ກະ​ແສ​ໄຟຟ້າ​ທີ່​ຜະລິດ​ໄດ້​ສ່ວນ​​ໃຫຍ່ ​ແມ່ນ​ສົ່ງ​ອອກ​ຂາຍ​ໄປ​ປະ​ເທດ​ໄທ.
ໃນ​ໂອກາດ​ເດີນທາງ​ມາ​ເຄື່ອນ​ໄຫວ​ວຽກງານ​ຄັ້ງ​ນີ້, ທ່ານ ​ຮອງ​ນາຍົກລັດຖະມົນຕີ ໄດ້​ມອບ​ເງິນ ຈໍານວນ 200 ລ້ານ​ກີບ ​ເພື່ອ​ຊ່ວຍ​ເຫລືອຜູ້​ປະສົບ​ໄພພິບັດ​ທາງ​ທໍາ​ມະ​ຊາດ ​ແລະ​ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ 4 ​ເມືອງ​ຂອງ​ແຂວງຫລວງພະ​ບາງ ​ຄື: ເມືອງ​ນານ, ​ເມືອງ​ຈອມ​ເພັດ, ​ເມືອງ​ຊຽງ​ເງິນ​ ແລະ ​ເມືອງ​ໂພນ​ໄຊ.

No comments

Theme images by compassandcamera. Powered by Blogger.