ກອງປະຊຸມໃຫຍ່ຄັ້ງທີ I ຄະນະພັກອົງການກວດສອບແຫ່ງລັດ

ກອງປະຊຸມໃຫຍ່ຄັ້ງ ທີ I ຂອງຄະນະພັກອົງການ ກວດສອບແຫ່ງລັດໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 6 ຕຸລານີ້ ແລະ ໄດ້ອັດລົງດ້ວຍຜົນສຳ ເລັດໃນຕອນແລງຂອງວັນດຽວ ກັນ. ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ວຽງທອງ ສີພັນດອນ ກຳມະການສູນກາງ ພັກ ເລຂາຄະນະພັກ ປະທານ ອົງການກວດສອບແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມຂອງສະ ຫາຍ ຈັນສີ ໂພສີຄຳ ກຳມະການ ກົມການເມືອງສູນກາງພັກ ເລ ຂາທິການສູນກາງພັກ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຊຶ່ງມີ ບັນດາຜູ້ຕາງໜ້າອົງການພັກ - ສະມາຊິກພັກພາຍໃນອົງການ ກວດສອບແຫ່ງລັດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງ ບົດລາຍງານການເມືອງການ ຈັດຕັ້ງປະຕິບັດໜ້າທີ່ຂອງຄະ ນະພັກອົງການກວດສອບແຫ່ງ ລັດໃນໄລຍະທີ່ຜ່ານມາ ພ້ອມ ທັງຄົ້ນຄວ້າຕົກລົງເປັນເອກະ ພາບຕໍ່ທິດທາງໜ້າທີ່ຈຸດໝາຍ ໃນຕໍ່ໜ້າ ຊຶ່ງເປັນໄລຍະແຫ່ງ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ ແຜນພັດທະນາເສດຖະກິດ - ສັງຄົມຂອງລັດ.
ກອງປະຊຸມຍັງໄດ້ພ້ອມ ກັນໃຊ້ສິດປະຊາທິປະໄຕປ່ອນ ບັດຄັດເລືອກເອົາຄະນະພັກ ອົງການກວດສອບແຫ່ງລັດຊຸດ ໃໝ່ຈຳນວນ 9 ສະຫາຍ ແລະ ເປັນເອກະສັນເລືອກເອົາຄະ ນະປະຈຳ, ເລຂາ, ຮອງເລຂາ, ຄະນະພັກ, ປະທານ ແລະ ຮອງ ປະທານ ໂດຍເລືອກເອົາສະ ຫາຍນາງ ວຽງທອງ ສີພັນດອນ ເປັນເລຂາຄະນະພັກ, ສະຫາຍ ເຄນ ລໍວັນໄຊ ເປັນຮອງເລຂາ ຄະນະພັກ, ເລືອກເອົາສະຫາຍ ບຸນເລີດ ເທບວົງສາ ເປັນປະ ທານກວດກາຄະນະພັກ, ສະ ຫາຍ ສາລະວັນ ອິນທະວົງ ເປັນ ຮອງປະທານກວດກາ. ການ ເລືອກຕັ້ງເອົາຄະນະບໍລິຫານ ງານພັກຄັ້ງນີ້ໄດ້ດຳເນີນໄປ ຢ່າງມີປະຊາທິປະໄຕ ສະແດງ ເຖິງສະຕິປັນຍາ ແລະ ຄວາມ ສາມັກຄີເປັນເອກະພາບທີ່ ເປັນມູນເຊື້ອອັນດີງາມຂອງ ພັກ ຮັບປະກັນໄດ້ລັກສະນະ ສືບທອດຕໍ່ເນື່ອງ ແລະ ຫັນ ເປັນໜຸ່ມຕາມການນຳພາ - ຊີ້ນຳອັນໜັກແໜ້ນຂອງພັກ. ນອກນັ້ນກອງປະຊຸມໄດ້ຮັບ ກຽດຢ່າງສູງຕໍ່ການໂອ້ລົມຂອງ ສະຫາຍ ຈັນສີ ໂພສີຄຳ ຊຶ່ງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳໆພາຂອງຄະນະ ພັກອົງການກວດສອບແຫ່ງລັດ ທີ່ໄດ້ນຳພາສະມາຊິກພັກ - ພະນັກງານ - ນັກກວດສອບ ປະຕິບັດໜ້າທີ່ການເມືອງຂອງ ຕົນ ແລະ ໄດ້ເຮັດສຳເລັດດ້ວຍ ຜົນສຳເລັດຫຼາຍດ້ານ. ນອກ ນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ ນຳເອົາທິດທາງໜ້າທີ່ ແລະ ຄາດໝາຍຂອງກອງປະຊຸມຄັ້ງ ນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ ສອດຄ່ອງ ແລະ ແທດເໝາະກັບ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ປະກົດຜົນ ເປັນຈິງ ດ້ວຍຄວາມຮັບຜິດ ຊອບສູງເຊັ່ນ: ໃຫ້ບັນດາໜ່ວຍ ພັກ, ຫ້ອງການ - ກົມ ແລະ ສູນຝຶກອົບຮົມ ຕ້ອງເປັນເຈົ້າ ການໃນການປະກອບສ່ວນໃຫ້ ມີການເຄື່ອນໄຫວທີ່ເປັນກຳ ລັງແຮງໃຫ້ແກ່ຄະນະພັກໃຫ້ມີ ຄວາມເຂັ້ມແຂງ ຮັບປະກັນ ການດຳເນີນວຽກງານກວດ ສອບການນຳໃຊ້ງົບປະມານ ທຶນຮອນ ແລະ ຊັບສິນຂອງລັດ ໃຫ້ມີປະສິດທິພາບມີປະສິດທິ ຜົນ ພ້ອມທັງມີການປະຢັດ ພ້ອມກັນນັ້ນກໍໄດ້ຮຽກຮ້ອງມາ ຍັງສະມາຊິກພັກ - ພະນັກງານ ຈົ່ງເຊີດຊູສະຕິຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງ ຕົນໃຫ້ສູງຂຶ້ນ ເຮັດໃຫ້ວຽກງານ ຂອງບັນດາໜ່ວຍພັກຫັນປ່ຽນ ໃໝ່ທີ່ຕັ້ງໜ້າ ເຮັດໃຫ້ພັກມີ ຄວາມປອດໃສໜັກແໜ້ນ ແລະ ເຂັ້ມແຂງເປັນເຈົ້າການໃນ ການປະຕິບັດໜ້າທີ່ວຽກງານ ອົງການກວດສອບແຫ່ງລັດໃຫ້ ມີຜົນສຳເລັດຢ່າງຮອບດ້ານ. (ຂ່າວ: ພູວຽງຄຳ).


ທີ່ມາ: PASAXON

No comments

Theme images by compassandcamera. Powered by Blogger.