ຄະນະກຳມະການປະສານງານ ຄຸ້ມຄອງພົນລະເມືອງ ສະຫຼຸຸບການຈັດຕັ້ງປະຕິບັດວຽກງານ
ກອງປະຊຸມຄະນະ ກຳມະການປະສານງານວຽກ ງານຄຸ້ມຄອງພົນລະເມືອງ ໂດຍມີບັນດາຮອງລັດຖະມົນ ຕີ ແລະ ຄະນະກົມກ່ຽວຂ້ອງ ຈາກ 8 ກະຊວງເຂົ້າຮ່ວມ ໄດ້ ໄຂຂຶ້ນໃນຕອນເຊົ້າວັນທີ 6 ຕຸ ລານີ້ ການເຂົ້າຮ່ວມກ່າວໄຂ ຂອງທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ທ່ານໄດ້ກ່າວວ່າ:
ວຽກງານຄຸ້ມຄອງພົນລະ ເມືອງເວົ້າລວມ, ລະບົບການ ຈົດທະບຽນ ແລະ ສະຖິຕິພົນ ລະເມືອງເວົ້າສະເພາະແມ່ນ ບັນຫາສຳຄັນ ແລະ ເປັນວຽກ ພື້ນຖານສຳລັບການສ້າງລັດທີ່ ປົກຄອງດ້ວຍກົດໝາຍ ຊຶ່ງສິດ ທິຂອງບຸກຄົນໄດ້ຮັບການປົກ ປ້ອງ, ຮັບຮູ້ທຸກແຫ່ງຫົນຕໍ່ໜ້າ ກົດໝາຍ ແລະ ວຽກງານລັດ ໄດ້ຮັບໃຊ້ປະຊາຊົນ ເນື່ອງມາ ຈາກວຽກງານຈົດທະບຽນຄອບ ຄົວ ເປັນພື້ນຖານສຳລັບການ ສະໜອງລະບົບເອກະສານບຸກ ຄົນທີ່ຕ້ອງໄດ້ຮັບການຢັ້ງຢືນ ທາງກົດໝາຍ ເພື່ອປົກປ້ອງ ສິດທິພົນລະເມືອງ ພ້ອມທັງ ໃຫ້ສາມາດເຂົ້າເຖິງວຽກບໍລິ ການທາງພາກລັດ ແລະ ເອກະ ຊົນ, ການເຂົ້າເຖິງສະຖິຕິການ ເກີດ, ການເສຍຊີວິດ, ການ ແບ່ງປັນຊັບພະຍາກອນ, ການ ກວດກາ ແລະ ສະຫຼຸຸບຕີລາຄາ ໃນທຸກຂະແໜງການດ້ານການ ພັດທະນາ ໂດຍແມ່ນການຈົດ ທະບຽນ ແລະ ສະຖິຕິພົນລະ ເມືອງເປັນແຫຼ່ງດຽວເທົ່ານັ້ນ ເພື່ອກຳໄດ້ຄົບຖ້ວນ ແລະ ຕໍ່ ເນື່ອງກ່ຽວກັບຈຳນວນປະຊາ ກອນ, ການເໜັງຕີງຂອງພົນ ລະເມືອງ ແລະ ສາເຫດຂອງ ການເສຍຊີວິດ. ການພັດທະ ນາທີ່ສຳຄັນແຫ່ງຊາດ ແລະ ທົ່ວໂລກເຊັ່ນ: ຄວາມພະຍາ ຍາມເພື່ອບັນລຸເປົ້າໝາຍສະ ຫັດສະວັດດ້ານການພັດທະນາ (MDG) ແລະ ເປົ້າໝາຍອື່ນໆ ໃນລະດັບຊາດ ແລະ ສາກົນມີ ຄວາມຮຽກຮ້ອງຕ້ອງການທາງ ດ້ານຂໍ້ມູນປະຊາກອນທີ່ໜ້າ ເຊື່ອຖື. ການສ້າງຕັ້ງ, ປັບປຸງ ລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງບໍ່ແມ່ນຜົນ ຂອງການພັດທະນາ ແຕ່ແທ້ ຈິງແລ້ວເປັນການປະກອບ ສ່ວນຕໍ່ການພັດທະນາ.
ໃນໄລຍະທີ່ຜ່ານມາລັດ ຖະບານກໍໄດ້ເອົາໃຈໃສ່ຕໍ່ວຽກ ງານດັ່ງກ່າວຢ່າງຫຼວງຫຼາຍ ໂດຍໄດ້ອອກກົດໝາຍ ແລະ ນິຕິ ກຳຈຳນວນຫຼາຍສະບັບ ເພື່ອ ຄຸ້ມຄອງວຽກງານດັ່ງກ່າວນີ້ໃຫ້ ເຂົ້າສູ່ລະບົບ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ ແລະ ວາງແຜນພັດທະນາເສດຖະ ກິດ - ສັງຄົມເປັນຕົ້ນກົດໝາຍ ວ່າດ້ວຍທະບຽນຄອບຄົວ, ກົດ ໝາຍວ່າດ້ວຍການຄຸ້ມຄອງ ການເຂົ້າອອກ - ເມືອງ, ກົດ ໝາຍວ່າດ້ວຍສັນຊາດ, ກົດ ໝາຍວ່າດ້ວຍສະຖິຕິ ແລະ ນິ ຕິກຳອື່ນໆ ເພື່ອເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກ ງານດັ່ງກ່າວ. ແຕ່ອີງໃສ່ສະ ພາບເສດຖະກິດສັງຄົມມີການ ຂະຫຍາຍຕົວ ພ້ອມດຽວກັນ ສປປ ລາວ ກໍຢູ່ໃນສະພາວະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ເຂົ້າຮ່ວມລົງນາມ ໃນສົນທິສັນຍາ ແລະ ຖະແຫຼງ ການເຊັ່ນ: ສົນທິສັນຍາວ່າ ດ້ວຍສິດທິມະນຸດ, ສິດທິເດັກ, ຖະແຫຼງການພາກພື້ນອາຊີປາ ຊີຟິກພາຍໃນປີ 2024 ພົນລະ ເມືອງເປັນຕົ້ນ ເດັກທີ່ເກີດໃໝ່ ຕ້ອງໄດ້ຮັບການຈົດທະບຽນ ການເກີດໃຫ້ໄດ້ 70%, ການ ບັນລຸເປົ້າໝາຍ MDG ອັນສຳ ຄັນໃນຍຸດທະສາດຮອດປີ 2030 ຂອງ ສປປ ລາວ ກໍໄດ້ ກຳນົດ “ສິດທິຂອງພົນລະ ເມືອງມີການຮັບປະກັນດ້ວຍ ການຄຸ້ມຄອງລັດຕາມກົດ ໝາຍທີ່ສັກສິດ” ແລະ ອື່ນໆ ຊຶ່ງເຫັນວ່າວຽກງານດັ່ງກ່າວນີ້ ມີຄວາມຈຳເປັນຈະຕ້ອງໄດ້ ຮັບການປັບປຸງໃຫ້ເປັນລະບົບ, ເອກະພາບໂດຍໃຫ້ສອດຄ່ອງ ກັບແນວທາງນະໂຍບາຍຂອງ ພັກ ແນໃສ່ເຮັດໃຫ້ວຽກງານ ຄຸ້ມຄອງພົນລະເມືອງເຂົ້າສູ່ ລະບົບກົມກຽວ ແລະ ຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາ ເສດຖະກິດ - ສັງຄົມໃນໄລຍະ ໃໝ່.
ນອກນີ້, ກອງປະຊຸມຈະ ໄດ້ພ້ອມກັນຮັບຟັງການຜ່ານ ຮ່າງບົດສະຫຼຸຸບລາຍງານການ ເຄື່ອນໄຫວວຽກງານຂອງຄະ ນະກຳມະການປະສານງານ ໃນໄລຍະທີ່ຜ່ານມາ, ຮ່າງແຜນ ຍຸດທະສາດການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແລະ ຄົ້ນຄວ້າປະກອບຄຳຄິດ ຄຳເຫັນໃສ່ວຽກງານດັ່ງກ່າວນີ້.
ທີ່ມາ: PASAXON

No comments