ລັດຖະບານຫວຽດນາມຍ້ອງຍໍກະຊວງ ຍທຂ

ລັດຖະບານ ສສ ຫວຽດນາມ ໄດ້ໃຫ້ການຍ້ອງຍໍ ກົມ, ກອງລວມໝູ່ ແລະ ບຸກຄົນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ຊຶ່ງພິທີໄດ້ຈັດຂຶ້ນເມື່ອວັນທີ 6 ຕຸລາ ນີ້ທີ່ ກະຊວງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈິງດິງຢຸ້ງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ພາກ ສ່ວນທີ່ກ່ຽວຂ້ອງຈາກ ລາວ- ຫວຽດນາມ ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຈັນ ສິນ ທະວົງ ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວຄຳເຫັນ ໂດຍ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ສສ ຫວຽດນາມ ແລະ ກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ທີ່ໄດ້ ຕີລາຄາສູງຕໍ່ການປະກອບ ສ່ວນຢ່າງຕັ້ງໜ້າຂອງກະຊວງ ໂຍທາທິການ-ຂົນສົ່ງ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ສປປ ລາວ, ໃນການເສີມຂະ ຫຍາຍສາຍພົວພັນສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານຂອງຂະແໜງການ ຄົມມະນາຄົມ-ຂົນສົ່ງ ຊຶ່ງເປັນ ຂະແໜງໂຄງລ່າງພື້ນຖານທີ່ ເປັນປາຍແຫຼມຂອງການພັດ ທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມຈອດລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ ທີ່ມີສາຍພົວພັນທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຊຶ່ງໄດ້ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ມາແຕ່ດຶກດຳບັນ, ຄວາມ ຮູ້ສຶກອັນເລິກເຊິ່ງຕໍ່ສາຍພົວ ພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືແບບ ພິເສດນັ້ນ, ສອງຂະແໜງການ ໄດ້ພ້ອມກັນຕັ້ງໜ້າຜັນຂະ ຫຍາຍເຂົ້າໃນຂະແໜງການ ຂອງຕົນ ຊຶ່ງເປັນວຽກງານໜຶ່ງ ທີ່ສຳຄັນໃນສະໄໝຕໍ່ສູ້ ເພື່ອ ຄວາມເປັນເອກະລາດແຫ່ງ ຊາດ ຂອງສອງຊາດ ລາວ-ຫວຽດນາມ.
ໃນການຍ້ອງຍໍຄັ້ງນີ້ ໄດ້ ປະດັບຫຼຽນໄຊເອກະລາດ ຊັ້ນ I ໃຫ້ 1 ກົມກອງ, ຫຼຽນໄຊ ເອກະລາດຊັ້ນ II ​ແລະ ຊັ້ນ III ​ໃຫ້ 4 ກົມ​ກອງ, 5 ທ່ານ, ຫຼຽນ​ໄຊ ​ເອກະລາດ ຊັ້ນ III ໃຫ້ບຸກຄົນ 5 ທ່ານ, ຫຼຽນ​ໄຊມິດຕະພາບ 5 ທ່ານ, ໃນໂອກາດດັ່ງກ່າວ ທ່ານ ຈິງດິງຢຸ້ງ ຕາງໜ້າໃຫ້ລັດ ຖະບານ ສສ ຫວຽດນາມ ໄດ້ ໃຫ້ກຽດຂຶ້ນປະດັບຫຼຽນໃຫ້ແກ່ ກົມ, ກອງ ແລະ ບຸກຄົນ ທີ່ໄດ້ ຮັບການຍ້ອງຍໍໃນເທື່ອນີ້.



ທີ່ມາ: PASAXON

No comments

Theme images by compassandcamera. Powered by Blogger.