ຜູ້ນຳເຮົາ ຕ້ອນຮັບຄະນະຜູ້ແທນຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ທ່ານ ບຸນຍັງ ວໍລະ ຈິດ ປະທານປະເທດ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຈິງດິງຢຸ້ງ ຮອງນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະໃນວັນ ທີ 5 ຕຸລານີ້ ທີ່ຫ້ອງວ່າການ ປະທານປະເທດ (ຫໍຄຳ) ໃນ ໂອກາດທີ່ຄະນະດັ່ງກ່າວເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 5-6 ຕຸລາ 2016.
ໂອກາດນີ້ ທ່ານປະທານ ປະເທດ ບຸນຍັງ ວໍລະຈິດ ຍັງ ໄດ້ສະແດງຄວາມຕ້ອນຮັບ ດ້ວຍໄມຕີຈິດມິດຕະພາບ ພ້ອມທັງຕີລາຄາສູງຕໍ່ການ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ຂອງທ່ານ ຈິງດິງຢຸ້ງ ຊຶ່ງຈະເປັນ ການເສີມສ້າງສາຍພົວພັນ ມິດຕະພາບ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ -ລາວ ໃຫ້ມີຄວາມໝັ້ນຄົງທະ ນົງແກ່ນ ແລະ ນັບມື້ກ້າວເຂົ້າ ສູ່ລວງເລິກ, ພ້ອມນີ້ ທ່ານປະ ທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານຮອງ ນາຍົກ ຈົ່ງປະສົບ ຜົນສຳເລັດໃນການມາຢ້ຽມຢາມລາວໃນເທື່ອນີ້.

1-2
ທ່ານຮອງນາຍົກລັດຖະ ມົນຕີ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານປະ ທານປະເທດ ແຫ່ງ ສປປ ລາວ, ພ້ອມທັງແຈ້ງເຈດຈຳນົງໃນ ການເດີນທາງມາຢ້ຽມຢາມຄັ້ງ ນີ້ ຕໍ່ປະທານປະເທດໄດ້ຮັບ ຊາບອີກດ້ວຍ.
ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ກໍໄດ້ຕ້ອນຮັບ ທ່ານ ຈິງດິງຢຸ້ງ ຮອງນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ສຳນັກງານ ນາຍົກລັດຖະມົນຕີ. ການພົບ ປະຄັ້ງນີ້ ໄດ້ດຳເນີນໄປດ້ວຍ ບັນຍາກາດແຫ່ງໄມຕີຈິດມິດ ຕະພາບອັນສະໜິດສະໜົມ ຊຶ່ງທັງສອງຝ່າຍໄດ້ທົບທວນ ຄືນການຮ່ວມມືລະຫວ່າງ ລາວ -ຫວຽດນາມ ໃນໄລຍະຜ່ານມາ ແລະ ພ້ອມທັງປຶກສາຫາລືກັນ ຫຼາຍບັນຫາກ່ຽວກັບການພົວ ພັນຮ່ວມມືສອງຝ່າຍ ແລະ ບັນ ຫາອື່ນໆທີ່ສອງຝ່າຍມີຄວາມ ສົນໃຈນຳກັນ.


ທີ່ມາ: PASAXON

No comments

Theme images by compassandcamera. Powered by Blogger.