ຫາລືປະຕິບັດໂຄງການລົງທຶນ


ເພື່ອເປັນການທົບທວນການດຳເນີນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນທີ່ໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກທະນາຄານ ພັດທະນາອາຊີ ແລະທະນາຄານໂລກ, ວັນທີ 13 ຕຸລາຜ່ານມາ ທີ່ນະຄອນຫຼວງ ວຽງຈັນ
ໄດ້ມີກອງປະຊຸມທົບທວນການ ຮ່ວມມືລະຫວ່າງລັດຖະບານ ສປປ ລາວ, ທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຢູ່ ສປປ ລາວປະຈຳສົກປີ 2015-2016 ໂດຍເຂົ້າຮ່ວມມີ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ສະເຕັບເວນ ສຈິບປານີ ( Steven Schipani ) ຊ່ຽວຊານຜູ້ບໍລິຫານທະນາຄານພັດທະນາອາຊີປະຈຳລາວ, ທ່ານ ເອັຟເຈນນິກ ນາດັອບ(Evgenij Najdov) ຮັກສາການຜູ້ຈັດ ການທະນາຄານໂລກປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ລັດຖະບານຈະເນັ້ນໃສ່ສືບຕໍ່ຮັກ ສາອັດຕາການເຕີບໂຕທາງດ້ານເສດຖະ ກິດໃຫ້ຢູ່ໃນລະດັບສູງ, ສ້າງຜົນປະໂຫຍດໃຫ້ກັບປະຊາຊົນ ເພື່ອສືບຕໍ່ເຮັດໃນລາວຫຼຸດພົ້ນອອກຈາກຄວາມທຸກຍາກຕາມ ທີ່ໄດ້ລະບຸໄວ້ ດັ່ງນັ້ນລັດຖະບານແມ່ນ ພ້ອມທີ່ຈະໃຫ້ການຮ່ວມມື ແລະເຮັດວຽກ ກັບບັນດາຄູ່ຮ່ວມມືສາກົນ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ.

ໃນເດືອນມິຖຸນາ 2016 ທະນາຄານ ພັດທະນາອາຊີ ແລະທະນາຄານໂລກໄດ້ໃຫ້ທຶນ ຈຳນວນ 1,2 ຕື້ໂດລາ ເພື່ອນຳໃຊ້ເຂົ້າໃນຂົງເຂດກະສິກຳ ແລະການພັດທະນາຊົນນະບົດ, ການສຶກສາ, ຂົນສົ່ງ,ອຸດສາຫະກຳ ແລະການຄ້າ, ສິ່ງແວດລ້ອມ ແລະການພັດທະນາພື້ນຖານໂຄງ ລ່າງເຂດເທສະບານເມືອງບັນດາໂຄງ ການເຫຼົ່ານັ້ນ ພວມຢູ່ໃນໄລຍະຂອງການ ລິເລີ່ມ ຊຶ່ງມີຄວາມສຳຄັນຫຼາຍຕໍ່ການ ພັດທະນາປະເທດຊາດ ດັ່ງນັ້ນ ຈຶ່ງຈຳເປັນຕ້ອງມີການທົບທວນຮູບການຈັດຕັ້ງປະຕິບັດເພື່ອປັບປຸງປະສິດທິພາບຂອງການດຳເນີນງານ ແລະຜົນຕອບແທນທີ່ສູງຂຶ້ນຮັບປະກັນໃຫ້ໂຄງການໄດ້ຮັບໝາກຜົນສູງຫຼາຍທີ່ສຸດ.

ທ່ານ ສະເຕັບເວນ ສຈິບປານີ ກ່າວ ວ່າ: ພວກເຮົາເຊື່ອໝັ້ນວ່າການເຂົ້າຮ່ວມທົບທວນເຮັດວຽກຄັ້ງນີ້ຂອງບັນດາພາກສ່ວນທີ່ກ່ຽວຂ້ອງຈະເປັນຜົນດີຕໍ່ການ ຈັດຕັ້ງປະຕິບັດໂຄງການໃນຂັ້ນຕໍ່ໄປ ສຳລັບທະນາຄານພັດທະນາອາຊີຍາມໃດກໍໃຫ້ຄວາມສຳຄັນຕໍ່ການພົວພັນຮ່ວມມືກັບລັດຖະບານ ແລະທະນາຄານໂລກ ເພື່ອປັບປຸງແບບແຜນການເຮັດວຽກ ແລະມີການປະສານ ງານກັນຢ່າງກົມກຽວກັບບັນດາຜູ້ມີສ່ວນຮ່ວມ, ເນື່ອງຈາກ ການປຶກສາຄັ້ງນີ້ບັນດາກະຊວງ ແລະຜູ້ໃຫ້ທຶນແມ່ນຮ່ວມຫາລືກ່ຽວກັບບັນຫາ ຄວາມທ້າທາຍຕ່າງໆ, ບັນຫາວິທີການ ແລະແນວຄິດໃໝ່ທີ່ຈະນຳມາປັບປຸງ ແບ່ງປັນໃຫ້ແກ່ກັນກ່ອນໂຄງການຈະເລີ່ມຈັດຕັ້ງປະຕິດບັດ ແລະການດຳເນີນງານຈັດຊື້ຈັດຈ້າງການບໍລິການທາງ ດ້ານການເງິນ, ພາສີອາກອນ, ການປະ ສານງານ ແລະປະເມີນຜົນໂຄງການ.

ຂະນະດຽວກັນ ທ່ານ ເອັຟເຈນນິກ ນາດັອບ ໄດ້ກ່າວວ່າ: ກອງປະຊຸມທົບ ທວນວຽກງານຄັ້ງນີ້ມີຄວາມສຳຄັນຕໍ່ ລະບົບການດຳເນີນງານໂຄງການ ເພື່ອ ໄຈ້ແຍກການເຂົ້າຮ່ວມດຳເນີນງານ ແລະ ການປັບປຸງປະສິດທິພາບຂອງໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກກຸ່ມທະ ນາຄານໂລກ ແລະທະນາຄານເອດີບີໃຫ້ ສາມາດປະກອບສ່ວນຢ່າງຕັ້ງໜ້າແກ່ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ຂອງລັດຢ່າງມີປະສິດທິຜົນ.


ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.