ເດີ່ນເປີດ-ປິດ ຊຽງຂວາງເກມ 2018 ແລ້ວເກືອບເຄິ່ງ


ຊຽງຂວາງແຂວງເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໃນປີ 2018 ການກະກຽມພື້ນຖານໂຄງລ່າງໂດຍລວມມີຄວາມຄືບໜ້າດີສະເພາະສະໜາມ ກີລາເປີດ-ປິດ ສຳເລັດໄປເກືອບເຄິ່ງ ແລະບາງກິດຈະກຳພວມຢູ່ຂັ້ນຕອນສຳຫຼວດອອກແບບຄາດຈະມີເຖິງ 28 ປະເພດກີລາເຂົ້າຮ່ວມແຂ່ງຂັນ ແລະ 1 ກີລາສາທິດ.

ຂໍ້ມູນລາຍງານຜ່ານກອງປະຊຸມລະດັບ ຊາດຄັ້ງທີ I ຂອງຄະນະຮັບ ຜິດຊອບລະດັບ ຊາດຈັດງານມະຫາກຳກີລາແຫ່ງຊາດຄັ້ງທີ XI ທີ່ໄຂຂຶ້ນໃນເຊົ້າ ວັນທີ 11 ຕຸລາ 2016 ນີ້ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງແຂວງຊຽງຂວາງ ພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ແລະທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ຮອງປະທານຈັດງານ ໄດ້ໃຫ້ຮູ້ວ່າ: ໃນການກະກຽມເປັນເຈົ້າພາບຈັດງານມະຫາກຳກີລາແຫ່ງຊາດຄັ້ງທີ XI ດ້ານກະກຽມທົ່ວໄປນັ້ນ, ມາຮອດເວລານີ້ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບໂຄງການກໍ່ສ້າງພື້ນຖານໂຄງລ່າງສະໜາມກີລາມາຮອດເວລານີ້ ໄດ້ມີການກໍ່ສ້າງ ສະໜາມໃຫຍ່ ເປີດ-ປິດງານສຳເລັດໄປແລ້ວ 45% ຄາດວ່າຈະໃຫ້ສໍາເລັດກ່ອນງານເລີ່ມ 3 ເດືອນ; ສຳເລັດການກໍ່ສ້າງສະໜາມໂບລິ້ງ; ສະ ໜາມກ໊ອບ 2 ສະໜາມສຳເລັດ 90% ແລະ 60%; ສະໜາມຍິງປືນພວມເລືອກ ສະຖານທີ່; ສະໜາມບານ ສົ່ງ+ເປຕັງ ສຳເລັດ 15%; ສະລອຍນໍ້າກຳລັງສຳ ຫຼວດອອກແບບ. ນອກນັ້ນບັນດາສະ ໜາມເກົ່າ 13 ສະໜາມ ກໍກໍາລັງຂຶ້ນ ແຜນປັບປຸງບູລະນະ.

ນອກຈາກນີ້, ກໍໄດ້ກະກຽມດ້ານສະ ຖານທີ່ຮັບຕ້ອນ ເຊັ່ນ: ທີ່ພັກນັກກີລາ ແລະຄູຝຶກ ໄດ້ລົງສຳຫຼວດໂຮງຮຽນໃນ ເທສະບານ ຈຳນວນ 16 ໂຮງຮຽນ ມີ404 ຫ້ອງ ສາມາດບັນຈຸໄດ້ 8.080 ຄົນ; ທີ່ພັກການນຳ, ແຂກພາຍໃນ ແລະ ຕ່າງປະເທດ: ໂຮງແຮມ 16 ແຫ່ງ,ບັນຈຸໄດ້ 810 ຄົນ ເຮືອນພັກ 69 ແຫ່ງ ບັນຈຸໄດ້ 1.768 ຄົນ, ລວມ 2.578 ຄົນ ແລະຜູ້ປະກອບການກຳລັງກໍ່ສ້າງ ໃໝ່ອີກ 10 ແຫ່ງ.

ສຳລັບການກະກຽມອື່ນໆ: ແຂວງ ໄດ້ຕົກລົງເອົານົກແອ່ນ ເປັນສັດນຳໂຊກ ແລະໄຫຫີນ ເປັນໂລໂກຂອງງານ, ສ່ວນວັນເວລາຈັດງານຍັງຢູ່ໃນຂັ້ນຕອນການ ປຶກສາຫາລື ເພື່ອໃຫ້ເໝາະສົມກັບສະ ພາບຕົວຈິງຂອງພູມມີອາກາດຂອງ ແຂວງ ນອກຈາກນີ້, ຍັງໄດ້ກະກຽມ ຮ່າງສິດ-ໜ້າທີ່ ແລະຄວາມຮັບຜິດຊອບ ຂອງຄະນະຮັບຜິດຊອບຈັດງານມະຫາ ກຳກີລາແຫ່ງຊາດ ຄັ້ງທີ XI ປີ 2018, ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຊຽງຂວາງ, ປະທານຄະນະຮັບຜິດຊອບ ຈັດງານວ່າດ້ວຍການແຕ່ງຕັ້ງກຳມະ ການຝ່າຍຕ່າງໆຂອງງານ ຊຶ່ງມີທັງໝົດ 11 ຄະນະກຳມະການ ແລະ 42 ອະນຸ ກຳມະການ.

ແນວໃດກໍຕາມ, ໃນກອງປະຊຸມບັນ ດາຜູ້ແທນຈາກພາກສ່ວນຕ່າງໆກໍໄດ້ ຜັດປ່ຽນກັນປະກອບຄຳຄິດຄຳເຫັນທົ່ວ ໄປກ່ຽວກັບແຕ່ລະໜ້າວຽກທີ່ໄດ້ຮັບຜິດຊອບບໍ່ວ່າຈະເປັນດ້ານແຜນການ, ການເງິນ, ດ້ານສາທາລະນະສຸກ, ດ້ານ ປ້ອງກັນຄວາມສະຫງົບ, ດ້ານການສະ ແດງພິທີເປີດ-ປິດ ແລະວຽກງານອື່ນໆ ທີ່ປິ່ນອ້ອມ.

ໃນໂອກາດນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງໄດ້ແນະນຳໃຫ້ທາງ ຄະນະກຳມະການກະກຽມ ຈົ່ງເລີ່ມໂຄ ສະນາເຜີຍແຜ່ຄວາມໝາຍຄວາມສຳຄັນ ຂອງ “ຊຽງຂວາງ ເກມ” ໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະເຂົ້າໃຈ ທັງນີ້ ເນື່ອງຈາກແຂວງຊຽງຂວາງເປັນແຂວງ ວິລະຊົນ ມີມູນເຊື້ອອົງອາດກ້າຫານ. ສ່ວນທາງດ້ານງົບປະມານນັ້ນແມ່ນ ຮຽກຮ້ອງໃຫ້ຂຶ້ນແຜນງົບປະມານຢ່າງ ຮອບຄອບປະຢັດໃຫ້ສອດຄ່ອງກັບສະ ພາບໂດຍລວມ ແລະຮຽກຮ້ອງໃຫ້ເອົາ ໃຈໃສ່ທາງດ້ານໂຄງການກໍ່ສ້າງພື້ນ ຖານໂຄງລ່າງຮັບປະກັນທາງດ້ານເຕັກ ນິກ ແລະຄຸນນະພາບ.




ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.