ນະຄອນຫລວງປັບປຸງລະບົບຄຸ້ມຄອງນ້ຳປະປາຮອງຮັບການພັດທະນາ
ໂຄງການນີ້ໄດ້ນໍາໃຊ້ເງິນກູ້ຢືມຈາກບໍລິສັດ ນໍຣີນໂກ ສປ ຈີນ ປະຈຳອາຊີ ມູນຄ່າ 100 ລ້ານໂດລາສະຫະລັດ ຫລື ປະມານ 800 ຕື້ກວ່າກີບ ເພື່ອຮອງຮັບການຂະ ຫຍາຍຕົວຂອງຊຸມຊົນ ແລະ ຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການໃນສະເພາະໜ້າ.
ທ່ານ ຄຳເຜີຍ ວົງສາຄຳຜຸຍ ອຳນວຍການລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ ກ່າວວ່າ: ຍ້ອນເຫັນໄດ້ຄວາມຈຳເປັນ ແລະ ຄວາມຕ້ອງການຂອງປະຊາຊົນ ກໍຄືແຜນພັດທະນາ 5 ປີ (2016-2020) ການນຳນະຄອນຫລວງ ຈຶ່ງເລັ່ງເພື່ອພັດທະນາ ແລະ ຂະຫຍາຍລະບົບທໍ່ ລວມທັງການ ປັບປຸງ ແລະ ການນຳໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນຂະຫຍາຍລະບົບທໍ່ແຕ່ຂະໜາດ 630-700 ມິນລີແມັດ, ມີໄລຍະຍາວຫລາຍກວ່າ 450 ກິໂລແມັດ ຢູ່ເມືອງນາຊາຍທອງ, ສີໂຄດຕະບອງ, ໄຊທານີ ແລະ ເມືອງໄຊເສຖາ.
ພ້ອມດຽວກັນນັ້ນ, ຍັງຈະມີການປ່ຽນຖ່າຍລະບົບທໍ່ເກົ່າຈໍານວນໜຶ່ງ, ກໍ່ສ້າງອ່າງເກັບນ້ຳສູງ 3 ໜ່ວຍ ຢູ່ບ້ານເວີນຄຳ, ນ້ຳຊວງ ແລະ ບ້ານສອງຂົວກາງແສນ; ກໍ່ສ້າງລະບົບນ້ຳປະປາຄົບຊຸດຢູ່ບ້ານ ໂຄກແຮ່ ແລະ ບ້ານໝາກນາວ-ນາລ້ອງ ເມືອງປາກງື່ມ; ຕິດຕັ້ງ ແລະ ນຳໃຊ້ລະບົບ SCADA ເຂົ້າໃນ ການຄຸ້ມຄອງໂຮງງານ, ລະບົບທໍ່ ແລະ ອ່າງນ້ຳສູງ ຢູ່ສຳນັກງານໃຫຍ່ໂພນເຄັງ; ກໍ່ສ້າງຫ້ອງການສາຂາ ເມືອງນາຊາຍທອງ, ໄຊທານີ ແລະ ປ່ອງບໍລິການ ບ້ານຈັນສະຫວ່າງ. ໂຄງການນີ້ແມ່ນຈະໄດ້ຈັດຕັ້ງ ປະຕິບັດໃຫ້ສຳເລັດໃນກາງປີ 2018 ແລະ ຈະສາມາດສະໜອງນ້ຳໄດ້ກວມ 95% ຂອງປະຊາຊົນທີ່ມີ ລະບົບທໍ່ນ້ຳໄປເຖິງໃນນະຄອນຫລວງວຽງຈັນ.
No comments