ລາວຊຳຊຸງ ມອບເງິນພັດທະນາການສຶກສາລາວ


ວັນທີ 13 ຕຸລາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກຈຳກັດ ໄດ້ມອບເງິນຈຳນວນ 145 ລ້ານກີບ ຫຼື ປະມານ 17.300 ໂດລາ ໃຫ້ແກ່ອົງການຫ່ວງໃຍຮ່ວມໃຈພັດທະນາ (World Renew Laos) ເພື່ອພັດທະນາດ້ານການສືກສາໃນແຂວງພາກເໝືອຂອງລາວ
ໂດຍການກ່າວມອບຂອງທ່ານ ຊຶງໂຮ ຊອຍ ຜູ້ຈັດການໃຫຍ່ ປະຈຳລາວບໍລິສັດ ຊຳຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ Mr.Mike Fennema ຜູ້ຕາງໜ້າຈາກ ອົງການຫ່ວງໃຍຮ່ວມໃຈພັດທະນາ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ.

ທ່ານ ຊຶງໂຮ ຊອຍ ກ່າວວ່າ: ພວກເຮົາມີຄວາມມຸ່ງໝັ້ນໃນການສົ່ງເສີມການພັດທະນາແບບຍືນຍົງລວມເຖິງການປ່ຽນແປງຊິວິດການເປັນຢູ່ຂອງປະ ຊາຊົນໃຫ້ດີຂຶ້ນ ໂດຍສະໜັບສະໜູນດ້ານ ການສືກສາ, ສຸຂະອະນາໄມ, ການຈ້າງງານ ແລະພັດທະນາຊຸມຊົນດ້ວຍຫຼາກ ຫຼາຍວິທີ, ໝາຍຄວາມວ່າບໍ່ພຽງແຕ່ເນັ້ນ ສ້າງຜົນກຳໄລໃຫ້ບໍລິສັດເທົ່ານັ້ນ ແຕ່ຍັງຄືນກຳໄລໃຫ້ສັງຄົມອີກສິ່ງທີ່ໜ້າເປັນຫ່ວງຄືນັກຮຽນຫຼາຍຄົນບໍ່ສາມາດເຂົ້າເຖິງການສືກສາທີ່ມີຄຸນນະພາບ ຍ້ອນ ຫຼາຍປັດໄຈດັ່ງນັ້ນ ເພື່ອຊ່ວຍເຫຼືອປະຊາຊົນລາວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ບໍລິສັດ ລາວຊຳຊຸງຈຶ່ງມອບເງິນຈຳນວນ 145 ລ້ານກີບ ຫຼື ປະມານ 17.300 ໂດລາ ເພື່ອປະກອບສ່ວນເຂົ້າໃນໂຄງການ ພັດທະນາຂອງອົງການ World Renew Laos ພ້ອມຍັງເຊື້ອໝັ້ນວ່າຊຸມຊົນແຂວງ ຜົ້ງສາລີ ແລະ ແຂວງ ຊຽງຂວາງ ຈະໄດ້ຮັບຜົນປະໂຫຍດສູງໃນການຈັດ ຕັ້ງປະຕິບັດຂອງໂຄງການນີ້ ກໍຄືການ ເຂົ້າເຖິງການສືກສາທີ່ມີຄຸນນະພາບ ຊຶ່ງເປັນຈຸດມຸ່ງໝັ້ນຂອງຊຳຊຸງ.

ອົງການຫ່ວງໃຍຮ່ວມໃຈພັດທະນາ (World Renew Laos) ໄດ້ເລີ່ມຈັດຕັ້ງປະຕິບັດການຊ່ວຍເຫຼືອ ໃນສປປ ລາວ ນັບແຕ່ປີ 1997 ຈົນເຖິງປະຈຸບັນ ໂດຍ ເຮັດວຽກຮ່ວມກັບປະຊາຊົນໃນຊຸມຊົນຢູ່ 2 ແຂວງ ແຂວງພາກເໝືອຂອງລາວຄື ແຂວງຜົ້ງສາລີເລີ່ມໂຄງການແຕ່ຕົ້ນປີ 2013 ຫາທ້າຍປີ 2018 ສຳລັບແຂວງ ຊຽງຂວາງແຕ່ກາງປີ 2014 ຫາກາງປີ 2019 ເປົ້າໝາຍເພື່ອປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນດ້ວຍການສ້າງລາຍຮັບ ແລະຄໍ້າປະກັນສະບຽງອາຫານ, ຫຼຸດຜ່ອນການເກີດພະຍາດ, ສົ່ງເສີມການເຂົ້າເຖິງການສືກສາ ແລະ ຍົກລະດັບຄວາມອາດສາມາດຂອງອຳ ນາດການປົກຄອງບ້ານ.

ສຳລັບແຂວງ ຊຽງຂວາງ ມີ 37 ບ້ານໃນ 3 ເມືອງຄື: ເມືອງ ໝອງແຮດ, ຄຳ ແລະເມືອງຄູນທີ່ເຂົ້າຮ່ວມໂຄງການປະກອບມີ 14,454 ຄົນ ສ່ວນແຂວງຜົ້ງສາລີ ມີ 16 ບ້ານ ບ້ານໃນເມືອງໃໝ່ທີ່ເຂົ້າຮ່ວມໂຄງການດັ່ງກ່າວປະກອບມີ3,376 ຄົນ ໂຄງການພັດທະນາຊຸມຊົນ ໃນແຂວງເຫຼົ່ານີ້ ແມ່ນສົ່ງເສີມດ້ານການ ສືກສາ, ສຸຂະອະນາໄມ, ກະສິກຳ, ການຄໍ້າປະກັນສະບຽງອາຫານ, ປັບປຸງຊິວິດ ການເປັນຢູ່ ແລະສົ່ງເສີມຄວາມອາດ ສາມາດຂອງອຳນາດການປົກຄອງບ້ານ ກໍຄືຜູ້ນພຳຊຸມຊົນ.



ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.