ຈຳປາສັກແຂ່ງຂັນກີລາເປຕັງ
ການແຂ່ງຂັນກີລາເປຕັງຊາຍ-ຍິງຊີງຂັນຫົວໜ້າພະແນກສຶກສາທິການ ແລະກີລາແຂວງຈຳປາສັກທີ່ພະແນກສຶກສາທິການ ແລະກີລາແຂວງຈຳປາສັກໄດ້ເປັນເຈົ້າ ພາບຈັດຂຶ້ນເພື່ອເປັນການຕ້ອນຮັບ ວັນຄູແຫ່ງຊາດທີ່ໝູນວຽນມາບັນຈົບຄົບຮອບ 22 ປີ ວັນທີ 7 ຕຸລາ 1994-7 ຕຸລາ 2016 ໄດ້ຈັດຂຶ້ນ.
ໃນວັນທີ 5 ຕຸລາ 2016 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ຈຳປາສັກມີນັກກີລາທີ່ມາຈາກແຕ່ລະກົມກອງພະແນກການຕ່າງໆ ອ້ອມຂ້າງແຂວງຕະຫຼອດຮອດ 10 ຕົວເມືອງ, ໂຮງຮຽນອ້ອມຂ້າງ ແລະສະຖາບັນວິຊາຊີບເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກີລາເປຕັງຄັ້ງນີ້ ແມ່ນໄດ້ກຳນົດເອົາແຕ່ນັກກີລາທີ່ບໍ່ຕິດທີມຊາດ ແລະທີມປະສົມແຂວງ ເຂົ້າຮ່ວມແຂ່ງຂັນສຳລັບປະເພດຍິງ, ສ່ວນປະເພດຊາຍແມ່ນກຳນົດເອົາອາຍຸ 45 ປີ ຂຶ້ນໄປໂດຍຈັດການແຂ່ງຂັນກຳນົດທີມລະ 2 ຄົນ ຊຶ່ງມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 51 ທີມໃນນີ້ທີມປະເພດຍິງ 14 ທີມ, ກະຕິກາການແຂ່ງຂັນແມ່ນນັບເອົາພຽງ 11 ຄະແນນໃນແຕ່ລະເກມຈົນຮອດຮອບຊີງຊະນະເລີດ.
ຜ່ານການແຂ່ງຂັນຜົນປາກົດວ່າປະເພດຊາຍອັນດັບທີ 1 ແມ່ນທະ ນາຄານນະໂຍບາຍ, ອັນດັບທີ 2 ແມ່ນທະຫານແຂວງ, ອັນດັບທີ 3 ແມ່ນບ້ານໂພນສີໄຄ ປະເພດຍິງອັນ ດັບທີ 1 ແມ່ນສາວສອງເມືອງ, ອັນທີ 2 ແມ່ນວິທະຍາໄລວິທະຍາສາດສຸ ຂະພາບ ແລະອັນດັບ 3 ແມ່ນໂຮງໝໍ 106 ສໍາລັບຂອງລາງວັນປະເພດຊາຍອັນດັບທີ 1 ໄດ້ຮັບຂັັນ 1 ໜ່ວຍ ແລະເງິນ 1,5 ລ້ານກີບ (ໜຶ່ງລ້ານຫ້າແສນກີບ), ອັນດັບທີ 2 ໄດ້ຮັບ ເງິນ 1 (ໜຶ່ງລ້ານກີບ),ອັນດັບທີ 3 ໄດ້ຮັບເງິນ 7 ແສນກີບ (ເຈັດແສນ ກີບ) ປະເພດຍິງອັນດັບທີ 1 ໄດ້ຮັບ ຂັັນ 1 ໜ່ວຍ ແລະເງິນໜຶ່ງລ້ານກີບ ອັນດັບທີ 2 ໄດ້ຮັບເງິນແປດແສນກີບ ອັນດັບທີ 3 ໄດ້ຮັບເງິນຫົກແສນກີບ.
ທີ່ມາ: SEDTHAKID

No comments