ສອງສະໂມສອນຄຳມ່ວນ-ສະຫວັນຈັດກິດຈະກຳບານເຕະ
ຊຶ່ງນຳທີມໂດຍ ທ່ານ ຄຳແດງ ສີບຸນເຮືອງ ປະທານສະໂມສອນໂຮມສ່ຽວແຂວງຄຳມ່ວນ ແລະເປັນກຽດຕ້ອນຮັບໂດຍທ່ານ ສຸພີ ສີສານ ປະທານສະໂມສອນລູກຄ້າເບຍລາວແຂວງສະຫວັນນະເຂດ (ເຈົ້າຂອງຮ້ານດາວເຮືອງ ເບຍ).
ການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດກໍ່ຄືວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ໃກ້ຈະມາເຖິງໃນໝໍ່ໆນີ້ ແລະທັງເປັນການສ້າງຄວາມສາມັກຄີຮັກແພງແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງສອງແຂວງ (ຄຳມ່ວນ-ສະຫວັນນະເຂດ) ກໍ່ຄືສອງສະໂມສອນດັ່ງກ່າວ.
ບັນຍາກາດໃນການແຂ່ງຂັນກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຜ່ານການແຂ່ງຂັນຜົນປາກົດວ່າສະໂມສ ອນໂຮມສ່ຽວແຂວງຄຳມ່ວນເອົາຊະນະ ສະໂມສອນລູກຄ້າ ເບຍລາວແຂວງສະຫວັນນະເຂດໄປດ້ວຍ 5-3 ປະຕູ ຫຼັງຈາກສຳເລັດການແຂ່ງຂັນແລ້ວທາງສະໂມສອນລູກຄ້າເບຍລາວໄດ້ຈັດພາເຂົ້າ ສາມັກຄີຕ້ອນຮັບທາງທີມງານສະໂມສອນໂຮມສ່ຽວເພື່ອຮັດແໜ້ນ ຄວາມສາມັກຄີລະຫວ່າງສອງ ແຂວງກໍຄືສະໂມສອນດັ່ງກ່າວ ໃນນັ້ນທາງສະໂມສອນໂຮມສ່ຽວກໍ ໄດ້ຊຸກຍູ້ເປັນເງິນສົດຈຳນວນ 3,5 ລ້ານກີບ (ສາມລ້ານຫ້າແສນກີບ) ຊຶ່ງເປັນກຽດຂຶ້ນມອບໂດຍທ່ານ ທອງໄຊ ມັງໜໍ່ເມກ ຮອງປະທານ ສະໂມສອນໂຮມສ່ຽວ ແລະເປັນກຽດຂຶ້ນຮັບໂດຍ ທ່ານ ສຸພີ ສີສານ ປະທານສະໂມສອນລູກຄ້າເບຍລາວ.
No comments