ບ້ານສົມສະໜຸກ ໄດ້ອາຄານຮຽນປະຖົມສົມບູນຫຼັງໃໝ່
ວັນທີ 9 ຕຸລາຜ່ານມາທີ່ບ້ານສົມສະໜຸກ, ເມືອງຫີນເຫີບ, ແຂວງວຽງຈັນໄດ້ມີພິທີມອບ-ຮັບໂຮງຮຽນປະຖົມສົມບູນບ້ານດັ່ງກ່າວ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປາວເຮີ, ລັດຖະມົນຕີ ປະຈຳສຳນັກງານນາຍົກໂຄສົກລັດຖະບານ, ທ່ານ ລີຕູ້ລີ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານຫົວໜ້າພະແນກສຶກສາທິການ ແລະກີລາແຂວງວຽງຈັນ ທ່ານເຈົ້າເມືອງຫີນເຫີບ ທ່ານນາງ ສຸກນາລີ ເທບສີເມືອງ, ທ່ານ ປໍເຮີ, ປະທານບໍລິ ສັດ PS ສົ່ງເສີມກະສິກຳຂາເຂົ້າ-ຂາອອກຄົບວົງຈອນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະບ້ານໃກ້ຄຽງເຂົ້າຮ່ວມ.
ທ່ານນາງ ສຸກນາລີ ເທບສີ ເມືອງປະທານບໍລິສັດ PS ໃນນາມຜູ້ໃຫ້ທຶນກໍ່ສ້າງໂຮງຮຽນປະຖົມສົມບູນບ້ານສົມສະໜຸກກ່າວວ່າ: ໂຮງຮຽນດັ່ງກ່າວແມ່ນເລີ່ມກໍ່ ສ້າງມາແຕ່ກາງປີ 2015 ແລະສຳເລັດຕາມແຜນການໃນທ້າຍ ເດືອນສິງຫາ 2016 ກ່ອນຈະມີການມອບ-ຮັບຢ່າງເປັນທາງການດ້ວຍມູນຄ່າ1,6 ຕື້ກີບ ເປັນອາຄານຊັ້ນດຽວປະກອບມີ: 5 ຫ້ອງຮຽນ (ປ1-ປ5) ແຕ່ລະຫ້ອງມີໂຕະ 16 ຊຸດຫ້ອງອຳນວຍການໂຮງຮຽນ 1 ຫ້ອງ, ຫໍສະໝຸດ 1 ຫ້ອງ ຫໍພັກຄູ 4 ຫ້ອງ, ຫ້ອງພັກຜ່ອນສຳລັບຄູ 1 ຫ້ອງ ແລະມີ 8 ຫ້ອງນ້ຳຍິງ-ຊາຍໄຟຟ້າ ແລະນ້ຳບາດານຄົບຊຸດເພື່ອອຳນວຍຄວາມສະດວກໃຫ້ແກ່ນ້ອງໆບ້ານສົມສະໜຸກ ແລະບ້ານໃກ້ຄຽງໃຊ້ເປັນບ່ອນສຶກສາຮ່ຳຮຽນ ຊຶ່ງເປັນໜຶ່ງໃນແຜນການຂອງລັດຖະບານທີ່ພະຍາຍາມໃຫ້ລະບົບການສຶກສາເຂົ້າເຖິງທຸກບ້ານທຸກຄົນໃນ ສປປ ລາວ ຕ້ອງ ໄດ້ສຶກສາຮ່ຳຮຽນເມື່ອເຕີບໃຫຍ່ ຈະໄດ້ມີວິຊາຊີບ ວຽກເຮັດງານທຳຢ່າງຖາວອນ.
ໃນບ້ານສົມສະໜຸກເປັນບ້ານຈັດສັນໃໝ່ທີ່ຍ້າຍມາແຕ່ແຂວງຫົວພັນໃນປີ 2013 ໄລຍະຜ່ານມາເດັກນ້ອຍໄດ້ພາກັນໄປຮ່ຳຮຽນກັບບ້ານໃກ້ຄຽງທີ່ຢູ່ຂ້ອນຂ້າງໄກ 7-8 ກິໂລແມັດ ໃນເມືອງຫີນເຫີບດ້ວຍສະພາບບາງຄອບຄົວທີ່ຍັງຂາດເຂີນມີລາຍຮັບຈາກການຂາຍຢາງພາລາເປັນຫຼັກ, ບາງຄອບຄົວບໍ່ມີລົດຕ້ອງ ໄດ້ຍ່າງໄປຕາມທາງໃຫຍ່ເຫັນວ່າຍັງມີຄວາມສ່ຽງຕໍ່ການເກີດອຸບັດ ເຫດ ແລະຈຳເປັນຕ້ອງມີໂຮງຮຽນ ສະນັ້ນທາງບໍລິສັດ PS ຈິ່ງໄດ້ຍື່ນມືເຂົ້າຊ່ວຍເຫຼືອໃນການກໍ່ສ້າງ ແລະແຕ່ລະປີບໍລິສັດດັ່ງກ່າວໄດ້ຕັ້ງງົບປະມານໄວ້ 1,5 ຕື້ກວ່າກີບ ເພື່ອຊ່ວຍເຫຼືອກໍ່ສ້າງໂຮງຮຽນໃນ ເຂດຊົນນະບົດທົ່ວປະເທດທີ່ຍັງມີສະພາບຫຍຸ້ງຍາກ ເພື່ອເປັນການປະກອບສ່ວນໃຫ້ປະເທດຊາດກໍຄືການສຶກສາຂອງປະຊາຊົນບັນດາເຜົ່າໃຫ້ເຂົ້າເຖິງການສຶກສາ.
ທ່ານ ລີຕູ້ ລີບົວປາວ ກໍ່ໄດ້ສະ ແດງຄວາມຊົມເຊີຍຕໍ່ເຈດຈຳນົງ ຂອງບໍລິສັດດັ່ງກ່າວທີ່ໃຫ້ການຊ່ວຍເຫຼືອ ແລະຈົ່ງສືບຕໍ່ຊ່ວຍເຫຼືອອີກຫຼາຍບ້ານໃນທົ່ວປະເທດທີ່ຍັງບໍ່ທັນມີໂຮງຮຽນປະຖົມທີ່ຂຶ້ນກັບບ້ານຕົນເອງຕ້ອງໄດ້ໄປອາໄສເຂົ້າໂຮງຮຽນບ້ານອື່ນ ເພື່ອໃຫ້ລູກຫຼານ ຂອງປະຊາຊົນເຂົ້າເຖິງການສຶກ ສາໃຫ້ຫຼາຍທີ່ສຸດ.
ທີ່ມາ: SEDTHAKID

No comments