ເຊີນທ່ຽວບຸນຊ່ວງເຮືອປະເພນີແຂວງຫຼວງນໍ້າທາ
ທ່ານ ບຸນຄົງ ພີມມະສອນ ກຳມະການພັກເມືອງປະທານກວດກາພັກ-ລັດເມືອງຫຼວງນ້ຳທາຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ການກະກຽມບຸນຊ່ວງເຮືອປະເພນີແຂວງຫຼວງນ້ຳທາທີ່ໄດ້ບັນຈົບຄົບຮອບອີກວະລະໜື່ງເຊິ່ງເປັນການປົກປັກຮັກສາເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດລາວໃຫ້ຢູ່ຄຽງຄູ່ກັບຊາດລາວຕະຫຼອດໄປ
ເວົ້າລວມເວົ້າສະເພາະກໍ່ຄືແຂວງ ຫຼວງນ້ຳທາ,ໃນໄລຍະບຸນອອກພັນສາປະວໍລະນາປີ 2016 ນີ້ທາງຄະນະນຳຂອງເມືອງຫຼວງນ້ຳທາໄດ້ ຫ້າງຫາກະກຽມມາແຕ່ທ້າຍເດືອນ ສິງຫາມາຮອດປະຈຸບັນມີຄວາມ ພ້ອມແລ້ວ 75%, ມີເຮືອເຂົ້າຮ່ວມແຂ່ງທັງໝົດ 7 ຄະນະ, ເຮືອຍາວ ຊາຍ ແລະເຮືອຍາວຍິງ 5 ຄະນະ, ສຳລັບເຮືອສັ້ນເຂົ້າຮ່ວມແຂ່ງຂັນ 10 ລຳ, ນອກນີ້ບັນດາອະນຸກຳມະການຍັງໄດ້ປຸກລະດົມທຶນຮອນ ຈາກບັນດາຫົວໜ່ວຍທຸລະກິດໄດ້ 96,5 ລ້ານກີບ ໄດ້ປະກອບເຂົ້າ ເປັນລາງວັນ ແລະປະກອບເຂົ້າໃນການຈັດງານບຸນຊ່ວງເຮືອສະເພາະປີກາຍແມ່ນມີ 9 ລາງວັນ, ສຳລັບ ປີນີ້ມີ 12 ລາງວັນລວມເປັນມູນຄ່າ 63 ລ້ານກີບ, ທັງນີ້ ກໍເພື່ອເປັນການສ້າງຂະບວນການໃຫ້ມີຄວາມຄຶກ ຄື້ນໃນການຫຼິ້ນບຸນອອກພັນສາປະວໍລະນາປີນີ້ຢູ່ແຂວງຫຼວງນ້ຳທາ.
ທ່ານ ບຸນຄົງ ພິມມະສອນ ຍັງໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານຕຳຫຼວດ, ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍຈົ່ງມີສະຕິຕໍ່ການໃຊ້ລົດໃຊ້ຖະໜົນໃຫ້ມີຄວາມລະມັດ ລະວັງໃນການໄປມາ,ເຊັ່ນການຫຼິ້ນການກິນສິ່ງຂອງມືນເມົາເຖິງແນວໃດກໍຕາມຖ້າຫາກວ່ານັກທ່ອງທ່ຽວ ທ່ານໃດຫາກສົນໃຈກໍ່ສາມາດໄປຊົມໄປເຊຍກັນໄດ້ ຊຶ່ງບ້ານຂອນເປັນບ້ານເຈົ້າພາບໃນງານແຂ່ງຂັນເຮືອຊ່ວງຄັ້ງນີ້ກໍໄດ້ຫ້າງຫາກະກຽມສະຖານທີ່, ປັບປຸງສະຖານທ່ີວາງເຕັ່ນກອງເຊຍ, ຈຸດເສັ້ນໄຊ ແລະວຽກງານປ້ອງກັນຄວາມສະຫງົບ, ການຝຶກຊ້ອມສີພາຍຂອງບ້ານເຈົ້າພາບແມ່ນມີຄວາມພ້ອມ 90% ແລະຄາດວ່າຈະຍາດເອົາຂັນລາງວັນຊະນະເລີດມາຄອງ.
ທີ່ມາ: SEDTHAKID

No comments