ສພຂ ຫຼວງພະບາງເຜີຍແຜ່ເອກະສານສຳຄັນ
ສະພາປະຊາຊົນແຂວງ ຫຼວງພະບາງເປີດກອງປະຊຸມເຜີຍແຜ່ບົດບາດຂອງຄະນະປະຈຳສະພາປະຊາຊົນແຂວງ ແລະປຶກສາຫາລືກ່ຽວກັບການກະກຽມທາງດ້ານເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຫຼວງພະບາງ ແລະກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 8 ຊຶ່ງໄດ້ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ,
ທີ່ຫ້ອງປະຊຸມຂອງສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ, ມີບັນດາເຈົ້າ ເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າອົງການລັດທຽບເທົ່າພະແນກການຂັ້ນແຂວງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ແມ່ນເພື່ອເຜີຍແຜ່ມະຕິຕົກ ລົງຂອງຄະນະປະຈຳສະພາປະຊາຊົນແຂວງຫຼວງພະບາງ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງ, ພ້ອມນີ້ ກອງປະຊຸມຍັງຈະໄດ້ມີການປຶກສາຫາລືກ່ຽວກັບບັນຫາສຳຄັນ ພື້ນຖານຂອງທ້ອງຖິ່ນ ແລະປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເພື່ອເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ໃນການເຂົ້າຮ່ວມກອງປະຊຸມ ສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້ ແລະການກະກຽມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ແຂວງຫຼວງພະບາງຊຸດທີ 1.
ທ່ານ ສິງຕັນ ໄຊລືຊົງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ຂຶ້ນເຜີຍແຜ່ບົດບາດຂອງຄະນະປະຈຳສະພາປະຊາຊົນແຂວງໃຫ້ຮູ້ວ່າ: ສະພາປະຊາຊົນແຂວງແມ່ນອົງການຕົວ ແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະເປັນອົງການອຳນາດລັດຂັ້ນທ້ອງຖິ່ນ, ມີພາລະບົດບາດພິຈາ ລະນາ ແລະຮັບຮັງເອົານິຕິກຳທີ່ ສຳຄັນຂອງທ້ອງຖິ່ນ, ຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະກົດໝາຍຂອງບັນດາອົງການລັດຂັ້ນທ້ອງຖິ່ນ. ສຳລັບຄະນະປະຈຳສະພາປະຊາຊົນແຂວງແມ່ນອົງການ ປະຈຳການຂອງສະພາປະຊາຊົນແຂວງມີພາລະບົດບາດປະຕິບັດສິດ ແລະໜ້າທີ່ແທນສະພາປະຊາຊົນແຂວງ ໃນເວລາສະພາປະຊາຊົນແຂວງບໍ່ໄດ້ເປີດກອງປະຊຸມ, ພ້ອມທັງຄົ້ນຄວ້າການສ້າງ, ປັບປຸງນິຕິກຳ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ເພື່ອນຳສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງພິຈາລະນາ ແລະຮັບຮອງເອົາ.
ທີ່ມາ: SEDTHAKID

No comments