ຫຼວງນໍ້າທາ ມອບ-ໂອນຫ້ອງການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະທໍລະນີສາດ

ພິທີມອບ-ໂອນວຽກງານຄຸ້ມຄອງຊັບພະຍາກອນປ່າໄມ້ ແລະວຽກງານທໍລະນີສາດ-ແຮ່ທາດທີ່ຂຶ້ນກັບພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໂອນໃຫ້ແກ່ພະແນກກະສິກຳ ແລະປ່າໄມ້ ແລະພະແນກພະລັງງານ-ບໍ່ແຮ່ແຂວງຫຼວງນ້ຳທາ,
ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2016 ທີ່ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ເພັງພາວັນ ດາວພອນຈະເລີນ ຮອງເຈົ້າແຂວງໆຫຼວງນ້ຳທາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການເຂົ້າຮ່ວມ.

ທ່ານ ຈັນທອງ ແກ້ວປະເສີດ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 563/ຈຂ, ລົງວັນທີ 16 ກັນຍາ 2016 ວ່າດ້ວຍ ການມອບ-ໂອນວຽກງານຄຸ້ມ ຄອງຊັບພະຍາກອນປ່າໄມ້ທີ່ຂຶ້ນກັບພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ມີພະນັກ ງານຢູ່ຂັ້ນແຂວງ 11 ຄົນ, ຢູ່ຂັ້ນເມືອງ 18 ຄົນໄດ້ຂຶ້ນກັບພະແນກກະສິກຳ ແລະປ່າໄມ້ວຽກງານ ດັ່ງກ່າວປະກອບມີ 3 ໜ່ວຍງານ ຄື: ໜ່ວຍງານປ່າສະຫງວນ, ໜ່ວຍງານປ່າປ້ອງກັນ ແລະໜ່ວຍງານສຳຫຼວດ-ກວດກາປ່າສະຫງວນ-ປ່າປ້ອງກັນມີໜ້າທີ່ຕິດຕັ້ງປ້າຍ, ແຜນທີ່ຂອບເຂດປ່າສະຫງວນ ແຫ່ງຊາດນ້ຳຫ້າ, ປັກຫຼັກໝາຍ, ສ້າງວັງສະຫງວນ, ເກັບຂໍ້ມູນ ແລະຕິດຕັ້ງປ້າຍຟື້ນຟູປ່າ, ກວດກາການຖາງປ່າເຮັດໄຮ່, ກວດກາການລັກລອບຕັດໄມ້, ລ່າສັດນ້ຳ- ສັດປ່າ, ໂຄສະນາເຜີຍແຜ່ກົດໝາຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ, ຄາດໝາຍສູ້ຊົນຄຸ້ມຄອງປ່າໄມ້, ເຄື່ອງປ່າຂອງດົງ, ສັດ ນ້ຳ-ສັດປ່າ ແລະຊີວະນາໆພັນ ໃຫ້ ຍືນຍົງທັງຮັບປະກັນການປົກຫຸ້ມ 3 ປ່າໄມ້ໃຫ້ໄດ້ 70%.

ມອບໂອນວຽກງານທໍລະນີ ສາດ-ແຮ່ທາດທີ່ຂຶ້ນກັບພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ຈຳນວນພະນັກງານຢູ່ຂັ້ນແຂວງ 3 ຄົນ, ຂັ້ນເມືອງ 1 ຄົນ ໄປຂຶ້ນກັບພະແນກພະລັງງານ-ບໍ່ແຮ່ ວຽກງານທໍລະ ນີສາດ-ບໍ່ແຮ່ ປະກອບມີ 3 ໜ່ວຍງານຄື: ໜ່ວຍງານຂໍ້ມູນ ແລະເຕັກນິກແຮ່ທາດ, ໜ່ວຍງານສຳຫຼວດແຮ່ທາດ ແລະໜ່ວຍງານຄຸ້ມຄອງສັນຍາ ແລະສຳປະທານໜ້າ ວຽກຈັດຕັ້ງປະຕິບັດເກັບກຳຂໍ້ມູນ ແລະຈຸດປາກົດແຮ່ທາດ, ອອກໃບຢັ້ງຢືນນຳສົ່ງຕົວແບບອອກໄປວິ ໄຈຢູ່ພາຍໃນ ແລະຕ່າງປະເທດ, ແຕ່ງຕັ້ງພະນັກງານລົງປະຈຳຢູ່ບັນດາໂຄງການຊອກຄົ້ນ-ສຳຫຼວດແຮ່ທາດ, ກວດກາ, ຕິດຕາມການເກັບກຳຂໍ້ມູນເບື້ອງຕົ້ນແຮ່ທາດຮ່ວມກັບບັນດາບໍລິສັດ, ຈັບຈຸດພິກັດຂອບເຂດສຳປະທານ ຂອງແຕ່ລະບໍລິສັດເຂົ້າໃນແຜນ ທີ່ທໍລະນີສາດ.

ຈາກນັ້ນ ໄດ້ເຊັນບົດບັນທຶກ ຮ່ວມກັນລະຫວ່າງທ່ານຮອງສາສະດາຈານ ຄຳເຫຼັກ ໄຊດາລາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ທ່ານ ຄຳມ່ວນ ລໍກໍ່າເຈື້ອ ຫົວໜ້າ ພະແນກກະສິກຳ ແລະປ່າໄມ້ ແລະທ່ານ ແສງເດືອນ ສິນມະລາວົງ ຮອງຫົວໜ້າພະແນກແຮງງານ ແລະບໍ່ແຮ່ ໂດຍຊ້ອງໜ້າ ທ່ານ ເພັງພາວັນ ດາວພອນຈະເລີນ ຮອງ ເຈົ້າແຂວງໆຫຼວງນ້ຳທາ ແລະບັນ ດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ ເປັນສັກຂີພິຍານ.




ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.