ຖວທ ອຸດົມໄຊ ລົງຊີ້ນຳກະກຽມບຸນຊ່ວງເຮືອເມືອງຫຼາ
ໃນໂອກາດທີ່ທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກ ຖວທ ແຂວງອຸດົມໄຊ ພ້ອມຄະນະລົງ ເຄື່ອນໄຫວຊີ້ນຳວຽກງານການທ່ອງທ່ຽວຢູ່ເມືອງຫຼາ
ທ່ານກໍໄດ້ເຂົ້າຮ່ວມປະຊຸມປຶກສາຫາລືວຽກ ງານກະກຽມໃຫ້ແກ່ການຈັດງານ ບຸນຊ່ວງເຮືອຂອງເມືອງທີ່ຈະໄດ້ ຈັດຂຶ້ນໃນວັນບຸນອອກພັນສາປະວໍລະນາປີນີ້ ຊຶ່ງກົງກັບວັນທີ 16 ຕຸລາ 2016 ໂດຍມີບັນດາຄະນະ ຫ້ອງການ, ຫົວໜ້າ, ຮອງຫົວໜ້າ ໜ່ວຍງານ ແລະພະນັກງານວິຊາ ການພາຍໃນຫ້ອງການ ຖວທ ເມືອງຫຼາເຂົ້າຮ່ວມ.
ເພື່ອເຮັດໃຫ້ການດໍາເນີນກິດ ຈະກໍາງານບຸນຊ່ວງເຮືອຂອງ ເມືອງຫຼາ ໃນລະຫວ່າງວັນບຸນ ອອກພັນສາປະວໍລະນາປະຈຳປີ ນີ້ໃຫ້ມີບັນຍາກາດຟົດຟື້ນ, ເປັນ ລະບຽບຮຽບຮ້ອຍ, ໃຫຍ່ໂຕ, ພິ ເສດກວ່າປີທີ່ຜ່ານມາ, ຮັກສາໄດ້ ຮີດຄອງປະເພນີອັນດີງາມ, ອັນ ເກົ່າແກ່ຂອງເມືອງທີ່ເຄີຍປະຕິ ບັດສືບຕໍ່ກັນມາໃນເມື່ອກ່ອນ ທັງ ເປັນການປົກປັກຮັກສາ ແລະເສີມ ຂະຫຍາຍປະເພນີດັ່ງກ່າວໃຫ້ ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ແລະຢູ່ຄຽງຄູ່ກັບພໍ່ແມ່ປະຊາຊົນ ລູກຫຼານຊາວເມືອງຫຼາ ຕະຫຼອດ ໄປ ໂດຍຕິດພັນກັບການບໍລິການ ການທ່ອງທ່ຽວ ເພື່ອພັດທະນາ ເສດຖະກິດຂອງເມືອງໃຫ້ບັນລຸ ຕາມລະດັບຄາດໝາຍນັ້ນ.
ທ່ານ ພອນສະຫວັນ ພັນທະວິຈິດ ເນັ້ນໃສ່ການກຳນົດກິດຈະກຳເປັນຫຼັກເຊັ່ນການຈັດໃຫ້ມີການແຂ່ງຂັ້ນເຮືອຊ່ວງ, ເຮືອປະເພນີ, ງານຕະຫຼາດນັດ, ຈັດພິທີແຫ່ແຫນ ແລະປະກວດເຮືອໄຟບົກ, ເຮືອໄຟ ນ້ຳ, ປະກວດນາງສາວປະຈຳເຮືອ, ການຈູບທູບວຽນທຽນ, ໄຫວ້ພະເຈົ້າສິງຄຳ ແລະອື່ນໆ, ພ້ອມທັງ ເນັ້ນໃຫ້ເມືອງຮັບຜິດຊອບໃນການລະດົມທຶນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຈາກບັນ ດາສັດທາຂອງພໍ່ແມ່ປະຊາຊົນ ແລະນັກທຸລະກິດພາຍໃນເມືອງ ແລະຕ່າງເມືອງ, ປັບປຸງບັນດາ ພື້ນຖານໂຄງລ່າງຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດງານດັ່ງກ່າວ.
ການຈັດກິດຈະກຳບຸນຊ່ວງເຮືອນີ້ ນອກຈາກຈະເປັນການປົກປັກຮັກສາແລະເສີມຂະຫຍາຍຮີດຄອງອັນດີງາມຂອງເມືອງແລ້ວ ຍັງເປັນການປັບປຸງ, ຍົກລະດັບ ວຽກງານການທ່ອງທ່ຽວຂອງເມືອງໃຫ້ມີການຂະຫຍາຍຕົວດ້ວຍການຈັດກິດຈະກຳຫຼາກຫຼາຍ ອັນທີ່ເປັນເອກະລັກຂອງເມືອງບວກກັບທ່າແຮ່ງທີ່ມີຢູ່ແລ້ວ ເພື່ອດຶງດູກນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ນັບມື້ນັບຫຼາຍຂຶ້ນ.
ທີ່ມາ: SEDTHAKID

No comments