ການເກັບອາກອນມູນຄ່າເພີ່ມດ່ານຂົວມິດຕະພາບ ລາວ -ໄທ ຕ້ອງຊຳລະຜ່ານບັດກົດເງິນເພື່ອຮັບປະກັນ ຄວາມໂປ່ງໃສ່
ຂປລ. ກອງປະຊຸມຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ສົກ ປີ 2015-2016 ຈັດຂຶ້ນໃນວັນທີ 12 ຕຸລາ ນີ້, ທີ່ກະຊວງການເງິນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດຢ່າງເລີກເຊິ່ງ ແລະ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິພາບ.
ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກບາງບັນຫາສຳຄັນຕໍ່ກອງປະຊຸມ ໃຫ້ຄະນະພັກແຕ່ລະຂັ້ນໃນບາງຕອນວ່າ: ອົງການກວດການທຸກພາກສ່ວນ ແລະ ພະນັກງານທີ່ເຮັດໜ້າທີ່ວຽກກວດກາ ຕ້ອງມີຄວາມເຂົ້າໃຈຖືກຕ້ອງເປັນເອກະພາບ ຕໍ່ກັບວຽກງານກວດກາໃນໄລຍະໃໝ່ ຕ້ອງບຸກທະລຸທັງດ້ານຈິນຕະນາການ ແລະ ການກະທຳ. ກວດກາຕ້ອງປະຕິບັດຢ່າງເປັນລະບົບ ຂັ້ນເທິງກວດກາຂັ້ນລຸ່ມ ແລະ ຂັ້ນລຸ່ມມີສ່ວນຮ່ວມໃນການຕິດຕາມ ແລະ ສະເໜີຄວາມຄິດເຫັນຕໍ່ຂັ້ນເທິງ. ເອົາໃຈໃສ່ປັບປຸງການຈັດຕັ້ງ, ບຸກຄະລາກອນ ແລະ ລະບອບແບບແຜນວິທີເຄື່ອນໄຫວຂອງອົງການກວດກາ, ກວດສອບ ແລະ ຜູ້ກວດກາໜ່ວຍພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການຕິດຕາມກວດກາ ຫລື ສະໜອງຂໍ້ມູນໃຫ້ກົມກວດກາ ກ່ຽວກັບພຶດຕິກຳປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກົມກອງ ໃນຄວາມຮັບຜິດຊອບຂອງຕົນ, ບັນຫາເກີດບ່ອນໃດ ບ່ອນນັ້ນເປັນເຈົ້າການແກ້ໄຂ ສະມາຊິກທຸກຂັ້ນ ຕ້ອງເປັນແບບຢ່າງໃນການເຮັດວຽກກວດກາ ແລະ ປະຕິບັດຕາມຫລັກການກວດກາຂອງພັກ. ຖືສຳຄັນ ໃນການຈັດຕັ້ງປະເມີນວຽກງານຖອດຖອນບົດຮຽນ ກັບ ສສ ຫວຽດ ນາມ, ສປ ຈີນ ແລະ ປະເທດອື່ນໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ.
ໃນໂອກາດນີ້, ທ່ານ ກ່າວຕື່ມວ່າ: ການເກັບອາກອນມູນຄ່າເພີ່ມຢູ່ດ່ານຂົວມິດຕະພາບ ລາວ-ໄທ ແມ່ນຕ້ອງຊຳລະຜ່ານບັດກົດເງິນ ເພື່ອຮັບປະກັນຄວາມໂປ່ງໃສ່, ພ້ອມທັງຢືນຢັນວ່າ ລາຍຮັບທັງໝົດຈະເກັບເຂົ້າງົບປະມານຂອງລັດຢ່າງເຕັມສ່ວນ, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ເດືອນພະຈິກ 2016 ເປັນຕົ້ນໄປ.

No comments