ນາຍົກລັດຖະມົນຕີ ເນັ້ນໃຫ້ຊາວໜຸ່ມຕ້ອງບຸກບືນ ແລະ ໜັກແໜ້ນ
ຂປລ. ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຂະບວນການຂອງຊາວໜຸ່ມລາວພວກເຮົາ ຕ້ອງມີຄວາມສາ ມັກຄີ, ພ້ອມຈິດພ້ອມໃຈ, ທັງແຂ່ງຂັນຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນນັ້ນຊາວໜຸ່ມກໍຕ້ອງໄດ້ບຸກ ບືນຕົວໃຫ້ຫລາຍກວ່າເກົ່າ, ວ່ອງໄວ, ຟົດຟື້ນ ແລະ ໜັກແໜ້ນກວ່ານີ້ ເພື່ອພ້ອມກັນກ້າວໄປພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ໃນໂອກາດພົບປະໂອ້ລົມຊາວໜຸ່ມ ແລະ ເຍົາວະຊົນ ໃນໂອກາດວັນປະກາດເອກະລາດຄົບຮອບ 71 ປີ (12 ຕຸລາ 1945-12 ຕຸລາ 2016) ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາ ແລະ ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງວັນດັ່ງ ກ່າວໃນການນໍາພາຂອງພັກ ແລະ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໂດຍມີຊາວໜຸ່ມເປັນກໍາລັງແຮງໃນຂະບວນການຕໍ່ສູ້ປົດປ່ອຍຊາດ ອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ນໍ້າໃຈຕໍ່ສູ້ພິລະອາດຫານ ແລະ ຄວາມເສຍສະຫລະອັນສູງສົ່ງຂອງຊາວໜຸ່ມລາວ ເຮັດໃຫ້ສາມາດຍາດເອົາເອກະລາດໃນປີ 1945 ຖືວ່າຊາວໜຸ່ມເປັນກໍາລັງແຮງຕົ້ນຕໍ ແລະ ເປັນຜູ້ສືບທອດພາລະກິດປະ ຕິວັດ ດັ່ງປະທານໄກສອນ ພົມວິຫານ ກ່າວໄວ້ວ່າ: “ ບໍ່ວ່າຈະເປັນຍຸກໃດສະໄໝໃດ ແລະ ສັງຄົມໃດ ຊາວໜຸ່ມໄດ້ເປັນກໍາລັງໃຫຍ່ໂຕ, ຫລວງຫລາຍ, ຂະຫຍັນຂັນແຂງ, ໃນຍຸກນັ້ນ, ສະໄໝນັ້ນ”, “ ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ ”.
ທ່ານນາຍົກລັດຖະມົນຕີ ຍັງກ່າວເນັ້ນຕື່ມວ່າ: ຊາວໜຸ່ມ ເຊິ່ງເປັນກໍາລັງແຮງປະຈັນບານຂອງພັກ, ເປັນກໍາລັງຫລັກຂອງຊາດ ທັງໃນປັດຈຸບັນ ແລະ ອະນາຄົດ ຈໍາເປັນຕ້ອງສືບຕໍ່ເດັດດ່ຽວ ແລະ ບຸກບືນປະຕິບັດພາລະໜ້າທີ່ທີ່ພັກ ແລະ ລັດມອບໝາຍໃຫ້. ຊາວໜຸ່ມ ຕ້ອງເປັນຄົນຮຽນຮູ້ຢູ່ຕະຫລອດເວລາ, ຮຽນຮູ້ຕະຫລອດຊີວິດໃຫ້ຫລາຍຂຶ້ນ, ຊາວໜຸ່ມທີ່ຢູ່ໃນອົງການຈັດຕັ້ງ ກໍຕ້ອງມີຄວາມຈົ່ງຮັກພັກດີເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ໂດຍສະເພາະ ແມ່ນການຈັດຕັ້ງຮາກຖານຂອງຊາວໜຸ່ມ, ຕ້ອງຊຸກຍູ້ຂະບວນການຂອງຊາວໜຸ່ມໃຫ້ກວ້າງຂວາງ, ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ, ມີຫົວ ຄິດປະດິດສ້າງຂອງຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງດ້ວຍການປຸກລະດົມຂະບວນການ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ. ຂະນະດຽວກັນ, ກໍຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ແລ້ວຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ຖືກທິດ ຮັບປະກັນທັງການຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫລືອຂອງສາ ກົນ ແລະ ການປົກປ້ອງແນວທາງການເມືອງຂອງພັກ.
ທີ່ມາ: KPL

No comments