ປາຖະກະຖາວັນການທູດລາວ ຄົບຮອບ 71 ປີ ແລະ ຜົນສຳເລັດກອງປະຊຸມສຸດ ຍອດອາຊຽນຄັ້ງທີ 28 ແລະ 29

ຂປລ. ​ໃນ​ວັນ​ທີ 12 ຕຸລາ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​​ໄດ້​ຈັດ​ປາຖະກະຖາ ວັນ​ການ​ທູດ​ລາວຄົບຮອບ 71 ປີ (12/10/1945-12/10/2016) ​ແລະ ​ຜົນສຳ​ເລັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 28 ​ແລະ 29, ​ໂດຍ​ໃຫ້​ກຽດປາຖະກະຖາຂອງ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເພື່ອ​ເປັນ​ທິດ​ຊີ້​ນຳ, ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ຄະນະ​ພັກ, ຄະນະນຳ, ຜູ້​ເຮັດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ ຂອງ​ກະຊວງ-​ອົງການ​ອ້ອມ​ຂ້າງ​ສູນ​ກາງ ​ແລະ ນະຄອນ ຫລວງ ​ໄດ້​ຮັບຮູ້, ​ເຊື່ອມ​ຊຶມ, ກຳ​ແໜ້ນ ​ແລະ ນຳ​ໄປ​ໂຄສະນາ-​ສຶກສາ​ອົບຮົມ​ ໃຫ້​ເປັນ​ເປົ້າໝາຍ​ຕ່າງໆຢ່າງ​ກວ້າງຂວາງ.
dsc_0957-saleumsai-1
ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ຄວາມ​ເປັນ​ມາ​ ຂອງ​ວັນ​ການ​ທູດ​ລາວ ສະ​ແດງ​ອອກ ຜ່ານ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ນັ້ນ ສາມາດ​ຕອບ​ໂຕ້​ຖ້ອຍ​ທຳນອງ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ, ກຸ່ມ​ຄົນ​ບໍ່​ດີ, ສາມາດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນ້ຳ​ແດນ​ດິນ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ສາມາດ​ຊີ້​ແຈງ​ອະທິບາຍ, ຍາດ​ແຍ່ງ​ຄວາ​ມ​ເປັນ​ຈິງ ​ແລະ ການ​ສະໜັບສະໜູນ​ ຂອງ​ເພື່ອນ​ມິດສາ​ກົນ​ນັບ​ມື້​ຫລາຍ​ຂຶ້ນ ​ເຮັດ​​ໃຫ້ສປປ ລາວ ມີ​ຖານະ​ບົດບາດ​ສູງ​ເດັ່ນ​ຂຶ້ນ ​ໃນ​ເວທີ​ພາກ​ພື້ນ-ສາກົນ ອັນ​​ໄດ້​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ນັບ​ມື້​ນັບ​​ເຂັ້ມ​ແຂງ ກ້າວ​ໄປ​ສູ່​ເປົ້າໝາຍ​ໃນ​ການ​ນຳ​ເອົາ​ປະ​ເທດ​ຊາດ ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ສ້າງ​ປະ​ເທດ​ໃຫ້​ເປັນ​ປະ​ເທດ​ທີ່​ມັ່ງ​ຄັ້ງ, ປະຊາຊົນ​ມີ​ຄວາມສຸກ, ສັງຄົມ​ມີ​ຄວາມ​ຍຸຕິ​ທຳ, ປະ ຊາທິປະ​ໄຕ ປອງ​ດອງ ​ແລະ ສີວິ​ໄລ, ປັດຈຸບັນ ສປປ ລາວ ​ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ກັບ 139 ປະ​ເທດ, ມີ​ສະຖານທູດ​ລາວ ຢູ່​ຕ່າງປະ​ເທດ 26 ​ແຫ່ງ, ມີ 3 ​ສຳນັກງານ​ຜູ້ຕາງໜ້າ​ຖາ​ວອນ, ກົງ​ສູນ​ໃຫຍ່ 9 ​ແຫ່ງ ​ແລະ 1 ຫ້ອງການ​ກົງ​ສູນ.

ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ກ່າວ​ຕື່ມ​ວ່າ: ສຳລັບຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າພາບ ​ແລະ ປະ ທານ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 28 ແລະ 29, ກອງ​ປະຊຸມ​ສຸດ​ຍອດ​ອື່ນໆທີ່​ກ່ຽວຂ້ອງ ພາຍ​ໃຕ້ຫົວ​ຂໍ້ “ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາຊຽນ” ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບຮອງ​ເອົາ “ຖະ​ແຫລ​ງການ​ອາ​ຊຽນ ວ່າ​ດ້ວຍອາຊຽນ​ເປັນ​ໜຶ່ງ​ດຽວ​ໃນ​ການ​ຕອບ​ໂຕ້​ໄພພິບັດ ອາ​ຊຽນ​ເປັນ​ໜຶ່ງ​ດຽວ​ໃນ​ການ​ຕອບ​ໂຕ້​ໄພພິບັດ​ໃນ​ພາກ​ພື້ນ ​ແລະ ນອກ​ພາກ​ພື້ນ” ​ແລະ ​ໄດ້​ຮັບຮອງ​​ເອົາ​ເອກະສານ 8 ສະບັບ ​ເພື່ອ​ຈັດຕັ້ງຜັນ​ຂະຫຍາຍ 8 ບູລິ​ມະ​ສິດ ຂອງ​ການ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016 ກໍ​ຄືວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025, ​ໃນ​ນັ້ນ ອັນ​ສຳຄັນ​ແມ່ນ​ຜູ້ນຳ​ໄດ້​ຮັບຮອງ​ເອົາ​ແຜນ​ແມ່​ບົດ ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ​ແລະ ​ແຜນ​ງານ​ສຳລັບ​ຂໍ້​ລິ​ເລີ່​ມ ​ເພື່ອ​ການ​ເຊື່ອມ​ໂຍງ​ອາ​ຊຽນ ສະບັບ​ທີ 3, ​ເຊິ່ງ​ເອກະສານ​ດັ່ງກ່າວ​ ​ເປັນ​ພາກສ່ວນ​ໜຶ່ງຂອງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ກໍ​ຄື ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ຊົມ​ເຊີຍ​ ຈາກ​ບັນດາ​ປະ​ເທດ​ອາຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ອາ​ຊຽນ ​ເຮັດ​ໃຫ້​ຖານະບົດບາດ​ທາງ​ການ​ທູດ​ຂອງ ສປປ ລາວ​ ໃນ​ເວທີພາກ​ພື້ນ ​ແລະ ສາກົນ ​ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ໃໝ່. ພ້ອມ​ນີ້, ທ່ານ ລັດຖະ ມົນຕີ​ ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ລັດຖະກິດສປປ ລາວ ຢ່າງ​ເປັນ​ທາງ​ການຂອງ ປະທານາທິບໍດີ ​ແຫ່ງ ສະຫະລັດ​​ອາ​ເມ​ລິ​ກາ ​ແລະ ປະທານາທິບໍດີ ​ແຫ່ງ ສ ເກົາຫລີ ຖື​ເປັນ​ການ​ຢ້ຽມ ຢາມ​ຄັ້ງທຳ​ອິດ​ ຂອງ​ການ​ນຳ​ຂັ້ນສູງ​ສຸດ​ຂອງ​ສອງ​ປະ​ເທດ​ດັ່ງກ່າວ ​ແລະ ການ​ຢ້ຽມຢາມ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງນາຍົກລັດຖະມົນຕີ ​ແຫ່ງ ສປ ຈີນ ​ແລະ ນາຍົກລັດຖະມົນຕີຢີ່ປຸ່ນ ຖື​ເປັນ​ການ​ເສີມ​ຂະ ຫຍາຍ​ການ​ພົວພັນ​ຮ່ວມ​ມືທີ່​ດີ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ກໍ​ຄື​ ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.