ສະຫລອງວັນວິທະຍາສາດແຫ່ງຊາດຄົບຮອບ 3 ປີ

ຂປລ. ​ເນື່ອງ​ໃນ​ໂອກາດ ​ວັນ​ວິທະຍາສາດ​ແຫ່ງ​ຊາດ (12 ຕຸລາ) ຄົບຮອບ 3 ປີ ຄະນະ​ພັກ, ຄະນະ​ນຳ​ກະຊວງວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທ່ານ ບໍ່​ວຽງຄຳ ວົງ​ດາລາ ລັດຖະມົນຕີ ກະຊວງວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຖະ​ແຫລ​ງຂ່າວ ຕໍ່ບັນດາ​ສື່​ມວນ ​ໃນ​ວັນ​ທີ 11 ຕຸລາ 2016 ກ່ຽວກັບຄວາມໝາຍຄວາ​ສຳຄັນ​ຂອງ​ວັນ​ດັ່ງກ່າວ.

ການສະ​ເຫລີ​ມສະຫລອງ ວັນ​ວິທະຍາສາດ​ແຫ່ງ​ຊາດ 12 ຕຸລາ ຈັດ​ຂຶ້ນ​​ເພື່ອ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ຫັນ​ປະ​ເທດ ​ໃຫ້​ເປັນ​ອຸດ​ສາ​ຫະກຳ ​ແລະ ທັນ​ສະ​ໄໝ ສ້າງ​ເສດຖະກິດ​ແຫ່ງ​ພູມ​ປັນຍາ. ​ໃນ​ຊຸມ​ປີ​ຜ່ານ​ມາ ສາມາດ​ບັນລຸ​ຜົນງານ​ຫລາຍ​ດ້ານ ອັນ​ພົ້ນ​ເດັ່ນ​ແມ່ນ ​ໄດ້​ຄົ້ນ​ຄວ້າ​, ສ້າງ ​ແລະ ປັບປຸງຍຸດ​ທະ​ສາດ​ ການ​ພັດທະນາ​ວຽກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ ​ປີ 2025 ​ແລະ ວິ​ໃສ​ທັດ ຮອດ​ ປີ 2030, ພ້ອມ​ທັງ​ກຳນົດ​ແຜນ​ພັດທະ​ນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄລຍະ 5 ປີ (2016-2020) ​ເຊິ່ງ​ເປັນ​​ແຜນ​ພັດທະນາ ທີ່ມີ​ຄວາມ​ສາມາດ​ເຊື່ອມ​ສານ​ກັບ​ການ​ພັດທະນາ ​ໃນ​ຂົງ​ເຂດ​ພາກ​ພື້ນ ​ແລະ ສາກົນ​ໃນ​ໄລຍະ​ໃໝ່. ​ໄດ້​ຄົ້ນ​ຄວ້າ​ສ້າງ​ກົດໝາຍ ​ແລະ ບັນດາ​ນິຕິ​ກຳ​ຈຳນວນໜຶ່ງ. ຄຽງຄູ່ກັນ​ນັ້ນ, ຂະ​ແໜງການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ໄດ້​ເພີ່ມ​ທະວີ​ວຽກງານ​ໂຄສະນາ​ເຜີຍ​ແຜ່ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ ກ່ຽວກັບ​ວຽກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ດ້ວຍ​ຫລາຍ​ຮູບ​ການ, ​ເປັນ​ຕົ້ນ​ ແມ່ນ​ສ້າງ​ກິດຈະກຳ​ທາງ​ວິທະຍາສາດ ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ວິທະຍາສາດ​ແຫ່ງ​ຊາດ, ປັບປຸງ​ຍົກ​ລະດັບ​ຖານ​ຂໍ້​ມູນ ​ແລະ​ ສ້າງ​ເວັບ​ໄຊຂອງ​ກະຊວງ, ​ໃຫ້ການ​ບໍລິການ​ຫ້ອງ​ສະ ໝຸດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ໜັງສື​ພິມວິທະຍາສາດ ​ແລະ ການ​ພັດທະນາ, ວາລະສານ​ເຄື່ອງໝາຍການ​ຄ້າ ອອກ​ຮັບ​ໃຊ້​ມວນ​ຊົນຢ່າງ​ຕໍ່​ເນື່ອງ, ຈັດ​ປະຊຸມ​ສຳ​ມະ​ນາ-​ວິຊາ​ການ ​ແລະ ງານ​ວາງສະ​ແດງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳຫລາຍ​ຄັ້ງ ​ເພື່​ອ​ເປັນ​ຂໍ້​ມູນ​ຄວາມ​ຮູ້ ​ໃຫ້​ແກ່​ນັກວິຊາການ, ນັກຮຽນຮູ້, ປັນຍາ​ຊົນ​ຕື່ມ​ອີກ.

ສຳລັບ​ວຽກງານ​ພົວພັນ ​ແລະ ຮ່ວມ​ມືທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ກັບ​ຕ່າງປະ​ເທດ ກໍ​ໄດ້​ມີ​ການ​ຂະ​ຫຍາ​ຍຕົວຢ່າງ​ກວ້າງ​ຂວາງ ​​​​ເປັນ​ຕົ້ນ​ ​ຮ່ວມ​ມື​ກໍ​່ສ້າງ​ສູນ​ຝຶກ​ອົບຮົມ​ ພະນັກງານ​ຄຸ້ມ​ຄອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ລະຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ, ຮ່ວມ​ມື​ດ້ານ​ວິຊາ​ການ ຈັດ​ງານ​ຄາ​ລາ​ວານ​ວິທະຍາສາດ ​ລາວ-​ໄທ ນອກ​ນັ້ນ​, ຍັງ​ມີ​ການ​ຮ່ວມ​ມື ​ດ້ານ​ວິຊາ​ການ​ກັບ​ຫລາຍ​ຝ່າຍ ​ເຊັ່ນ: ຮ່ວມມື​ກັບອົງການ​ຄົ້ນ​ຄວ້າ-​ພັດທະນາ​ວິທະຍາສາດ​ຂອງ​ພາກ​ພື້ນ​ອາຊີ, ອົງການ​ອຸຍ​​ແນ​ັສ​ໂກ ດ້ານ​ວິ​ທະຍາ​ສາດ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ອົງການ​ພະລັງງານ​ປະ​ລຳ​ມະ​ນູ​ສາກົນ, ອົງການ​ມາດ​ຕະຖານ​ສາກົນ ​ແລະ ອົງການ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ ​ເຊິ່ງ​ເປັນ​ການ​ກອບ​ສ່ວນ ປະຕິບັດ​ພັນທະ​ຂອງສປປ ລາວ ​ໃນ​ຖານະ​ເປັນ​ປະ​ເທດສະມາຊິກ ຂອງ​ບັນດາ​ການຈັດ​ຕັ້ງ​ດັ່ງກ່າວ ​ເພື່ອ​ຍາດ​ແຍ່ງ​ເອົາ​ການສະໜັບສະໜູນຊ່ວຍ​ເຫລືອ ​ດ້ານ​ທຶນ​ຮອນ ​ແລະ ດ້ານ​ເຕັກນິກ​ວິຊາ​ການໃຫ້​ນັບ​ມື້​ຫລາຍ​ຂຶ້ນ ​ແລະ ​ເປັນ​ເຈົ້າ​ການ​ໃນ​ວົງ​ການ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຂອງ​ສາກົນ ​ໃຫ້​ມີ​ປະສິດທິ​ຜົນ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.