ແຂວງໄຊຍະບູລີ ສົ່ງອອກສິນຄ້າມູນຄ່າ 33 ລ້ານໂດລາ

ຂປລ. ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານ ມາແຂວງ ໄຊຍະບູລີ ສາມາດສົ່ງອອກສິນຄ້າໄປຕ່າງປະເທດ ມີມູນຄ່າທັງໝົດ 33 ລ້ານກ່ວາໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 45,91% ເມື່ອທຽບ ໃສ່ປີຜ່ານມາຫລຸດລົງ 43%, ໃນນີ້ ຜະລິດຕະພັນກະສິກຳ-ລ້ຽງສັດ ກວມ 31 ລ້ານໂດລາ, ເຄື່ອງປ່າຂອງດົງ 1 ລ້ານກ່ວາໂດລາ, ໄມ້ ແລະ ຜະລິດຕະພັນໄມ້ 648.807 ໂດລາ, ຖ່ານດັງໄຟ 10.000 ກ່ວາໂດລາ, ຫີນຂົບ ແລະ ຊາຍນ້ຳຂອງມູນຄ່າ 3.600 ໂດລາສະຫະລັດ.

ຄຽງຄູ່ການສົ່ງອອກສີນຄ້າແລ້ວ, ໃນ 1 ປີຜ່ານມາແຂວງ ໄຊຍະບູລີ ຍັງນຳເຂົ້າສິນຄ້າຈາກ ຕ່າງປະເທດ ມີມູນຄ່າທັງໝົດ 17 ລ້ານກ່ວາໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 18,52%, ທຽບໃສ່ປີຜ່ານມາຫລຸດລົງ 14%, ໃນນີ້ ເປັນໝວດ ສະບຽງອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ສອຍປະຈຳວັນ, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ, ພາຫະນະ ແລະ ອາໄຫລ່, ແນວພັນອຸປະກອນຮັບໃຊ້ການຜະລິດ, ນ້ຳມັນເຊື້ອໄຟ, ອຸປະກອບປັບປຸງໂຮງຮຽນ, ອົກຊີສຳເລັດຮູບ ​ແລະ​ອື່ນໆ. ວຽກງານຄຸ້ມຄອງ ອຸດສາຫະກຳ ແລະ ຫັດຖະກຳ ກໍໄດ້ຕັ້ງໜ້າປະຕິບັດຕາມສິດໜ້າທີ ​ໂດຍສົມທົບກັບ ຂະແໜງການກ່ຽວຂ້ອງລົງກວດກາໂຮງງານຜະລິດ ຊີມັງຊານເລີ, ໂຮງງານກັ່ນ ຫົວນ້ຳຫອມສີໄຄຕົ້ນ ຂອງບໍລິສັດກອນສິນສາກົນ ຈຳກັດ, ໂຮງງານເຜົາ ແລະ ປຸງແຕ່ງຂີ້ເຖົ່າລວຍ, ໂຮງງານຂ້າສັດ, ສະຖານທີ່ທ່ອງທ່ຽວອ່າງນ້ຳຕຽນ ແລະ ສະຖານທີ່ອື່ນໆ ອີກຈຳນວນໜື່ງ.

ປັດຈຸບັນແຂວງ ໄຊຍະບູລີ ອອກເອກະສານອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການດ້ານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດ 39 ແຫ່ງ, ໃນນີ້ ສ້າງຕັ້ງໃໝ່ 5 ແຫ່ງ ແລະ ສືບຕໍ່ດຳເນີນກິດຈະການ 34 ແຫ່ງ ໂດຍເຮັດໃຫ້ມູນຄ່າການຜະລິດດ້ານອຸດສາຫະກຳ ແລະ ຫັດຖະກຳບັນລຸ​ເກືອບ 200 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,6% ແລະ ຍອດມູນຄ່າການຈຳໜ່າຍຜະລິດຕະພັນອຸດສາຫະກຳ ແລະ ຫັດຖະກຳບັນລຸໄດ້ 247 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,8%. ຂະນະ ທີ່ 3 ເດືອນສົກປີ 2016 ​ໄຊຍະບູລີ ຈະສູ້ຊົນສົ່ງອອກສິນຄ້າໃຫ້ບັນລຸ 28 ລ້ານກ່ວາໂດລາສະຫະລັດ ແລະ ການນຳເຂົ້າສີນຄ້າ ຈະຄຸ້ມຄອງໃຫ້ຢູ່ໃນລະດັບ 3 ລ້ານ



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.